(VOVWORLD) - ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງນະຄອນ ສືບຕໍ່ຍູ້ແຮງການຫັນປ່ຽນໂຄງປະກອບຂະແໜງອຸດສາຫະກຳ; ຍູ້ແຮງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານການເຮັດວຽກ)
|
ຕອນເຊົ້າວັນທີ 06 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານການເຮັດວຽກຂອງຄະນະປະຈຳລັດຖະບານ ກັບຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມໃນ 4 ເດືອນຕົ້ນປີ 2023 ແລະ ໝາກຜົນກາງສະໄຫມຂອງກອງປະຊຸມໃຫຍ່ຄັ້ງທີ XVII ຂອງອົງຄະນະພັກນະຄອນ; ພິເສດ, ແກ້ໄຂບັນດາຂໍ້ສະເໜີແນະ ແລະ ແລກປ່ຽນ ເພື່ອຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມນະຄອນຫຼວງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ນະຄອນ ຮ່າໂນ້ຍ ສືບຕໍ່ເອົາໃຈໃສ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ; ສຸມໃສ່ 3 ກຳລັງໜູນຂອງການເຕີບໂຕແມ່ນ ການລົງທຶນ, ສົ່ງອອກ ແລະ ບໍລິໂພກ; ສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ; ຫຼຸດຜ່ອນລະບຽບການບໍລິຫານ, ສຸມໃສ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ…
ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງນະຄອນ ສືບຕໍ່ຍູ້ແຮງການຫັນປ່ຽນໂຄງປະກອບຂະແໜງອຸດສາຫະກຳ; ຍູ້ແຮງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ; ຊຸກຍູ້ການຟື້ນຟູ ແລະ ພັດທະນາການທ່ອງທ່ຽວ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ; ຍົກສູງຄຸນນະພາບການສຶກສາ, ເບິ່ງແຍງດູແລ, ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ…