(vovworld) - ປີ 2016, ວຽກງານຂົນຂວາຍປະຊາຊົນໄດ້ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອປະຕິບັດສຳເລັດບັນດາຕົວເລກຄາດໝາຍເສດຖະກິດ-ສັງຄົມ. ປະຊາຊົນສ່ວນຫຼາຍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ. ມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມສະຫງົບດ້ານການເມືອງຢູ່ເຂດຊົນເຜົ່າສ່ວນໜ້ອຍໄດ້ຮັບການຮັກສາຢ່າງໝັ້ນຄົງ. ສະພາບການເຫຼື້ອມໃສ, ເຊື່ອຖືສາສະໜາແມ່ນໄດ້ປະຕິບັດຕາມຂໍ້ກຳນົດຂອງກົດໝາຍໂດຍພື້ນຖານ. ພໍ່ແມ່ປະຊາຊົນ, ສາສະນິກະຊົນທີ່ເຊື່ອຖືສາສະໜາຕ່າງໆມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ່ 12 ຂອງພັກ, ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2016-2021. ກ່າວຄຳເຫັນທີ່ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດ ສະຫຼຸບວຽກງານຂົນຂວາຍປະຊາຊົນປີ 2016, ຜັນຂະຫຍາຍໜ້າທີ່ປີ 2017 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 5/1 ຢູ່ຮ່າໂນ້ຍ, ທ່ານ ດິງເທ໋ຮິງ ຜູ້ປະຈຳການຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມ, ໄດ້ຊີ້ແຈ້ງສະພາບການຂອງປະເທດໃນປະຈຸບັນ ພວມວາງອອກບັນດາຄວາມຮຽກຮ້ອງຕ້ອງການໃໝ່ນັບມື້ນັບສູງ, ຮຽກຮ້ອງໃຫ້ຖັນແຖວຜູ້ເຮັດວຽກງານຂົນຂວາຍປະຊາຊົນຂອງພັກ ຕ້ອງສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ວິທີການຂົນຂວາຍມະຫາຊົນ, ຍົກສູງຄຸນນະພາບການເຄື່ອນໄຫວຢ່າງມີປະສິດທິຜົນ; ປ່ຽນໃໝ່ຢ່າງແຮງວຽກງານຂົນຂວາຍປະຊາຊົນ, ໃນນັ້ນສຸມໃສ່ແກ້ໄຂບັນດາຂໍ້ຂັດໃຈຂອງປະຊາຊົນຢ່າງມີປະສິດທິຜົນ; ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ.