ແຂກທ່ອງທ່ຽວຢ້ຽມຢາມນະຄອນເຫ້ວເພີ່ມຂຶ້ນໃນໂອກາດບຸນເຕັດ
ພາບ:cinet.vn
|
(vovworld)- ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ເທື່ອທຽນເຫ້ວ, ມີແຂກທ່ອງທ່ຽວກວ່າ 85.000 ເທື່ອຄົນໄດ້ຈົດທະບຽນມາຢ້ຽມຢາມນະຄອນ ເຫ້ວ ໃນໂອກາດບຸນເຕັດ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ບຸນເຕັດປີກາຍນີ້, ໃນນັ້ນ ແຂກສາກົນ ປະມານ 45.000 ຄົນ, ກວມ 53%. ຄາດວ່າ ລາຍຮັບຈາກການທ່ອງທ່ຽວໃນຊຸມມື້ບຸນເຕັດຢູ່ບໍລິເວນນະຄອນ ບັນລຸກວ່າ 63 ຕື້ ດົງ. ບັນດາໂຮງແຮມ 4 ດາວ, 5 ດາວ ມີຈຳນວນນັກທ່ອງທ່ຽວເລືອກເຟັ້ນຫລາຍກວ່າຊຸມປີກ່ອນນີ້.
ໃນຂະນະນັ້ນ ຕາມການຄາດຄະເນຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ແຄງຮວ່າ ແລ້ວ, ຈະມີ ແຂກທ່ອງທ່ຽວມາຢ້ຽມຢາມ ແຄງຮ່ວາ ໃນໂອກາດບຸນເຕັດ ປະມານ 160.000 ເທື່ອຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນ ປະມານ 40.000 ເທື່ອຄົນ.