ແຂວງກຽນຢາງປະຕິບັດວຽກງານຂີດເສັ້ນຊາຍແດນ,ປັກຫຼັກໝາຍຊາຍແດນທາງບົກກັບກຳປູເຈຍເປັນຢ່າງດີ

ແຂວງກຽນຢາງປະຕິບັດວຽກງານຂີດເສັ້ນຊາຍແດນ,ປັກຫຼັກໝາຍຊາຍແດນທາງບົກກັບກຳປູເຈຍເປັນຢ່າງດີ - ảnh 1
ທ່ານ ຟ້າມ​ບິ່ງ​ມິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: Lê Sen/TTXVN)


(vovworld) - ແຂວງ ກຽນ​ຢາງ ມີ​ຊາຍ​ແດນ​ທາ​ງ​ບົກ​ຕິດ​ກັບ ກຳ​ປູ​ເຈຍ ດ້ວຍ​ລ​ວງ​ຍາວ 56,8 ກມ. ສະ​ພາບ​ຄວາມ​ສະ​ຫງົບ, ​ໃນ​ໄລ​ຍະ​ຜ່ານ​ມາ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເຂດ​ຊາຍ​ແດນໄດ້​ຮັບ​ການ​ຮັກ​ສາ, ເປັກ​ປົກ​ກະ​ຕິ, ປະ​ກອບ​ສ່ວນ​ເພີ່ມ​ພຸນ​ຄຸນ​ສ້າງ​ມູນ​ເຊື້ອ​ສາ​ມັກ​ຄີ​ລະ​ຫວ່າງ 2 ຊາດ ຫວຽດ​ນາມ - ກຳ​ປູ​ເຈຍ ໃຫ້​ນັບ​ມື້​ນັບ​ດີ​ງາມ​ກ່​ວາ. ຜ່ານນັ້ນ, ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ ກໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. ມາ​ຮອດ​ປະ​ຈຸ​ບັນ, ແຂວງ ກຽນ​ຢາງ ໄດ້​ກໍ່​ສ້າງ​ສຳ​ເລັດ 22/28 ຫຼັກ​ໝາຍ​ຊາຍ​ແດນ, ຂີດ​ເສັ້ນ​ຊາຍ​ແດນ​ໄດ້ກ່​ວາ 35 ກມ. ກ່ຽວ​ກັບ​ສະ​ພາບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ການ​ນຳ​ໃຊ້​ທຶນ ODA, ມາ​ຮອດ​ປະ​ຈຸ​ບັນ, ແຂວງ ກຽນ​ຢາງ ມີ 35 ໂຄງ​ການ FDI ຂອງ​ບັນ​ດາ​ນັກ​ລົງ​ທຶນ​ທີ່​ມາ​ຈາກ 17 ປະ​ເທດ, ເຂດ​ແຄ້ວນ​ດ້ວຍຍອດ​​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ກ່​ວາ 1,3 ຕື້​ USD. ກ່າວ​ຄຳ​ເຫັນ​ຊີ້​ນຳ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກຽນ​ຢາງ ກ່ຽວ​ກັບ​ສະ​ພາບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ນຳ​ໃຊ​້​ທຶນ ODA ແລະ ສະ​ພາບ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ​ຜົນ​​ແຫ່ງການ​ຂີດ​ເສັ້ນ​ຊາຍ​ແດນ, ປັກຫຼັກ​ໝາຍ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ, ວັນ​ທີ 15/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີງ​ມິງ ຊົມ​ເຊີຍ​ການ​ນຳ​ແຂວງ ກຽນ​ຢາງ ຊີ້​ນຳ​ການ​ປະ​ຕິ​ບັດ​ວຽກ​ງານ​ຂີດ​ເສັ້ນ​ຊາ​ຍ​ແດນ, ປັກຫຼັກ​ໝາຍ​ຊາຍ​ແດ​ນ​ທາງ​ບົກ ຫວຽດ​ນາມ - ກຳ​ປູ​ເຈຍ ເປັນ​ຢ່າງ​ດີ, ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ສຳ​ເລັດ​ລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີງ​ມິງ ກໍ່​ຕັກ​ເຕືອນ​ໃຫ້​ແຂວງ ກຽນຢາງ ຕ້ອງ​ເອ​ົ​າ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

       



ຂ່າວ/ບົດ​ອື່ນ