ແຂວງບິ່ງດິ້ງ ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ
ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ
(ພາບ: baomoi.com)
(vovworld) – ຕອນຄໍ່າວັນທີ 31/03, ຢູ່ສະໜາມຫຼວງທີ່າງນະຄອນກຸຍເຍີນ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດແຂວງບິ່ງດິ້ງ ໄດ້ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ (31/03/1975 – 31/03/2015) ແລະ ຮັບຫຼຽນໄຊໂຮ່ຈິມິນ. ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ມີທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັບການນຳບັນດາກະຊວງ, ຂະແໜງການສູນກາງ. ທ່ານ ໂຮ່ກ໋ວກຢຸງ, ປະທານຄະນະກຳມະການປະຊາຊົນແຂວງບິ່ງດິ້ງ, ໄດ້ອ່ານສູນທອນພົດທີ່ພິທີ, ໃນນັ້ນໄດ້ຕີລາຄາສູງມູນເຊື້ອຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນບິ່ງດິ້ງ, ປະກອບສ່ວນເຂົ້າໃນໄຊຊະນະອັນສະຫງ່າອົງອາດຂອງຊາດໃນພາລະກິດປົດປ່ອຍພາກໃຕ້ ໂຮມປະເທດຊາດຢ່າງສົມບູນ ແລະ ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ. ນັບແຕ່ຊຸມມື້ຕົ້ນໄດ້ຮັບການປົດປ່ອຍມາຮອດປະຈຸບັນ, ອົງຄະນະພັກ, ກອງທັບ ແລະ ປະຊາຊົນແຂວງບິ່ງດິງ ໄດ້ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ບັນລຸໄດ້ບັນດາຜົນງານໃນການພັດທະນາເສດຖະກິດສັງຄົມ. ພິເສດ, ໃນ 10 ປີມໍ່ໆມານີ້, ເສດຖະກິດ, ສັງຄົມຂອງແຂວງໄດ້ຮັບການພັດທະນາຢ່າງວ່ອງໄວ, ລະດັບເຕີບໂຕດ້ານເສດຖະກິດຄິດສະເລ່ຍແຕ່ລະປີເພີ່ມຂຶ້ນ 9%. ໂດຍຕາງໜ້າໃຫ້ພັກ ແລະ ລັດ, ທ່ານ ຫງວຽນທ້ຽນເຍີນ ໄດ້ມອບຫຼຽນໄຊໂຮ່ຈິມິນໃຫ້ອົງຄະນະພັກ, ທະຫານ ແລະ ປະຊາຊົນແຂວງບິ່ງດິ້ງ.