ແຂວງບ່າເຣ້ຍ-ວູງເຕົ່າຈັດຕັ້ງການເລືອກຕັ້ງຢູ່ທະເລກ່ອນກຳນົດເວລາ

ແຂວງບ່າເຣ້ຍ-ວູງເຕົ່າຈັດຕັ້ງການເລືອກຕັ້ງຢູ່ທະເລກ່ອນກຳນົດເວລາ - ảnh 1
ແຂວງບ່າເຣ້ຍ-ວູງເຕົ່າຈັດຕັ້ງການເລືອກຕັ້ງຢູ່ທະເລກ່ອນກຳນົດເວລາ
(ພາບ​ປະ​ກອບ: thanhnien)

(vovworld) - ​​ວັນ​ທີ 02/05, ຢູ່​ຂົວ​ທ່າກ່ຳ​ປັ່ນກອງ​ພົນ​ນ້ອຍ 171, ທະ​ຫານ​ທະ​ເລ​ເຂດ 2, ນະ​ຄອນ ວູງ​ເຕົ່າ, ​ຜູ້​ຕາງ​ໜ້າການ​ນຳກອ​ງ​ບັນ​ຊາ​ການ​ທະ​ຫານ​ທະ​ເລ​ເຂດ 2 ໄດ້​ຈັດ​ພິ​ທີ​ມອບ​ຮັບ​ເອ​ກະ​ສານ, ວັດ​ຖຸ​ພັນ​ໃຫ້​ໜ່ວຍ​ເລືອກ​ຕ​ັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່​ທະ​ເລ​ຈາກ​ຄະ​ນະ​ກຳ​ມະ​ການ​ເລ​ືອກ​ຕັ້ງ​ນະ​ຄອນ ວູງ​ເຕົ່າ ແລະ ເລີ່ມ​ປະ​ຕິ​ບັດ​ການ​ເລືອກ​ຕ​ັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ໃຫ້​ບັນ​ດາ​ກຳ​ລັງ​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ເຂດ​ໄຫຼ່​ທະ​ວີບ​ທາງ​ພາກ​ໃຕ້​ປະ​ເທດ​ຊາດ ແລະ ພໍ່​ແມ່​ຊາວ​ປະ​ມົງ​ພວມ​ຫາ​ປາ​ຢູ່​ທະ​ເລ. ໜ່ວຍ​ເລືອກ​ຕັ້ງ​ຢູ່​ທະ​ເລ​ຄາດ​​ວ່າຈະ​ປະ​ຕິ​ບັດ​ການ​ເລື​ອກ​ຕັ້ງ​ຢູ່ 47 ​ບ່ອນ (ຈາກ​ເຂດ​ທະ​ເລ ບິ່ງ​ທ້ວນ ເຖິງ ເຂດ​ທະ​ເລ​ກ່າ​ເມົາ). ​ຄາດ​ວ່າ, ຮອດ​ວັນ​ທີ 20/05, ຈະປະ​ຕິ​ບັດສຳ​ເລັດ​​ການ​ປ່ອນ​ບັດ​ເລືອກ​ຕັ້ງ. ຮອດ​ວັນ​ທີ 22/05, ພາຍ​ຫຼັງ​ສິ້ນ​ສຸ​ດ​ການ​ເລືອກ​ຕັ້ງ, ໜ່ວຍ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​ການ​ນັບ​ບັດ​ຕາມ​ຂໍ້​ກຳ​ນົດ ແລະ ລວບ​ລວມ​ໝາກ​ຜົນ​ການ​ນັບ​ບັດ​ສົ່ງ​ໃຫ້​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຂອງ​ທ້ອງ​ຖິ່ນ.​

ຂ່າວ/ບົດ​ອື່ນ