ແຂວງເທື່ອທຽນເຫ້ວຕ້ອງມີບາດກ້າວບຸກທະລຸໃນການພັດທະນາເສດຖະກິດ,ສັງຄົມ

ແຂວງເທື່ອທຽນເຫ້ວຕ້ອງມີບາດກ້າວບຸກທະລຸໃນການພັດທະນາເສດຖະກິດ,ສັງຄົມ - ảnh 1
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກຢູ່ແຂວງ ເທື່ອທຽນເຫ້ວ
(ພາບ: VGP/Thành Chung)

(vovworld) – ຕອນ​ບ່າຍ​ວັນ​ທີ 7/8, ຢູ່​ນະຄອນ ​ເຫ້ວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ​້ວ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ເທື່ອ​ທຽນ ​ເຫ້ວ ​ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 6 ​ເດືອນ​ຕົ້ນ​ປີ 2016. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ຮຽກຮ້ອງ​ໃຫ້​ແຂວງ ​ເທື່ອ​ທຽນ​ເຫ​້ວ ຈົ່ງມີ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ​ເລືອກ​ເຟັ້ນ​ເອົາອຸດສາຫະກຳ ​ເຕັກ​ໂນ​​ໂລ​ຢີສູງ​ເພື່ອ​ພັດທະນາ, ສ​້າງ​ແຜນ​ຮ່າງ​ພັດທະນາ​ເຂດບື​ງ ຕາມ​ຢາງ - ​ເກົ່າ​ຮາ​ຍ​ໂດຍ​ໄວ ​ແລະ ຕ້ອງ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ປະກາດ​ໃຊ້​ບ້ວງ​​ເງິນສັງ​ລວມໜູນ​​ຊ່ວຍ​ໃຫ້​ບັນດາ​​ແຂວງ​ພາກ​ກາງ ຖືກ​ຜົນ​ສະທ້ອນ​ຍ້ອນ​​ເຫດມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ​ທະ​ເລ.

ຂ່າວ/ບົດ​ອື່ນ