ແຂວງເຫົ້າຢາງຄວນຂະຫຍາຍຮູບແບບຮ່ວມສຳພັນ,ຮ່ວມມືຫຼາຍຮູບຫຼາຍແບບເພື່ອພັດທະນາການຜະລິດ

ແຂວງເຫົ້າຢາງຄວນຂະຫຍາຍຮູບແບບຮ່ວມສຳພັນ,ຮ່ວມມືຫຼາຍຮູບຫຼາຍແບບເພື່ອພັດທະນາການຜະລິດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ເຫົ້າ​ຢາງ
(ພາບ: VGP/Nhật Bắc)

(vovworld) - ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ເຫົ້າຢາງ, ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖີ່​ນ​ໃນ​ຕອນ​ບ່າຍ​ວັນ​ທີ 9/4, ຢູ່​ນະຄອນ​ວິ​ແທງ, ​ແຂວງ​ເຫົ້າຢາງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຊີ້​ນຳແຂວງ​ເຫົ້າຢາງ​ ຄວນ​ຂະຫຍາຍ​ຮູບ​ແບບ​ຮ່ວມ​ສຳພັນ, ຮ່ວມ​ມື​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ເພື່ອ​ພັດທະນາ​ການ​ຜະລິດ​ເສດຖະກິດ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ການ​ນຳ​ແຂວງ​ສືບ​ຕໍ່​ຊີ້​ນຳ​ການ​ປະຕິບັດ​ເພື່ອ​ບັນລຸ ​ແລະ ລື່ນ​ກາຍ​ຕົວ​ເລກ​ຄາດໝາຍ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ​ນີ້ ​ແລະ​ໃນ​ແຜນການ 5 ປີ, ຕິດ​ພັນ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ; ກຳນົດ​ຄາດໝາຍ, ໜ້າ​ທີ່ ​ແລະ ມາດ​ຕະການ​ລະອຽດ​ໃຫ້​ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ. ທ່ານ​ນາຍົກລັດຖະມົນຕີ ກໍ່​ໃສ່​ໃຈ​ການ​ນຳ​ແຂວງ​ເຫົ້າຢາງ​ ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ​ຈາກ​ຂົງ​ເຂດ​ກະ​ສີ​ກຳ​ໄປ​ສູ່​ຂົງ​ເຂດ​ອຸດສາຫະກຳ ​ແລະ ການ​ບໍລິການ​ຢ່າງ​ໄວ​ບົນ​ພື້ນຖານ​ສ້າງ​ທຸກ​ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ​ດຶງ​ດູດ​ການ​ລົງທຶນ​ພັດທະນາ​ບັນດາ​ຂົງ​ເຂດ​ທີ່​​ຄົນ​ງານ​ມາ​ເຮັດ​ວຽກ​ຫຼາຍ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ແຂວງ​ເຫົ້າຢາງ​ ສືບ​ຕໍ່​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ພັດທະນາ​ສາທາລະນະ​ສຸກ, ການ​ສຶກສາ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວ ​ແລະ ໝັ້ນຄົງ; ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ແນ​ໃສ່​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ; ສົມທົບ​ທຸກ​ແຫຼ່ງກຳລັງ ​ເພື່ອ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ເມື່ອ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ຫລຸບ​ໂຄງ​ການກໍ່​ສ້າງ​ເຂດ​ຊຸມ​ຊົນ ແລະ ເຮືອ​ນ​ຢູ່ ຢູ່​ເຂດ​​ນ້ຳ​ຖ້ວມ ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໄລ​ຍະ 2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕີ​ລາ​ຄາ​ວ່າ: ຜ່ານ 2 ໄລ​ຍະແຫ່ງ​ການ​ຜັນ​ຂະ​ຫຍາຍ, ໂຄງ​ການ​ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ແທດ​ຈິງ ແລະ ປະ​ສົບ​ຜົນ​ສຳ​ເລັດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ,ບັນ​ດາ​ແຂວງ,ນະ​ຄອນ ໃນ​ເຂດ ສືບ​ຕໍ່​ສຳ​ເລັດ​ບັນ​ດາ​ໂຄງ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ເຮືອນ​ຢູ່ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ໃນ​ການ​ດຳ​ລົງ​ຊີ​ວິດ​ນັບ​ມື້​ນັບ​ສູງ ຂອງ​ປະ​ຊາ​ຊົນ .


ຂ່າວ/ບົດ​ອື່ນ