ແຂວງແທງຮ໋ວາສ້າງການຮ່ວມສຳພັນຍົກສູງປະສິດທິຜົນການພັດທະນາເສດຖະກິດໃນເຂດ

ແຂວງແທງຮ໋ວາສ້າງການຮ່ວມສຳພັນຍົກສູງປະສິດທິຜົນການພັດທະນາເສດຖະກິດໃນເຂດ - ảnh 1
ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ແທງ​ຮ່ວາ,
ຄັ້ງ​ທີ 18, ​ໄລຍະ 2015-2020
(ພາບ: dangcongsan)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/9, ຢູ່​ນະຄອນ​ແທງ​ຮ໋ວາ ​ໄດ້​ໄຂ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ແທງ​ຮ່ວາ, ຄັ້ງ​ທີ 18, ​ໄລຍະ 2015-2020. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ເໜີ, ກອງ​ປະຊຸມ​ໃຫຍ່​ຄວນ​ປຶກສາ​ຫາລື, ​ໄຈ້​ແຍກ, ​ເຮັດ​ແຈ້ງ​ສາຍ​ເຫດ​ຂອງ​ບັນດາສິ່ງ​ທີ່ຈຳກັດ, ຈາກ​ນັ້ນ​ວາງ​ອອກ​ບັນດາ​ມາດ​ຕະການ ​ເພື່ອ​ແກ້​ໄຂ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ​ໂດຍ​ໄວ. ​ເມື່ອ​ເຕື້ອງ​ເຖິງ​ໜ້າ​ທີ່​ຂອງ​ຊຸມ​ປີ​ຈະ​ມາ​ເຖິງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຮຽກຮ້ອງ​ວ່າ:

        “​ແຂວງ​ແທງ​ຮ່ວາ ຕ້ອງ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ກວ່າ​ອີກ ​ເພື່ອ​ດຶງ​ດູດ​ທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ຍູ້​ແຮງ​ການ​ປ່ຽນ​ໃໝ່ ​ແລະ ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ໃນ​ທຸກຂະ​ແໜງ​ເສດຖະກິດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ສ້າງ​ການ​ພັດທະນາ​ບຸກທະ​ລຸ​ໃຫ້​ແຂວງ. ສຸມ​ໃສ່​ລົງທຶນ​ພັດທະນາ​ພື້ນຖານ​​ໂຄງ​ລ່າງ ຕາມ​ທິດ​ຄົບ​ຊຸດ, ທັນ​ສະ​ໄໝ, ພິ​ເສດ​ແມ່ນ​ຄົມມະນາຄົມ, ຊົນລະປະທານ, ພື້ນຖານ​ໂຄງ​ລ່າງ​ເຂດ​ເສດຖະກິດ ​ແລະ ​ເຂດ​ອຸດສາຫະກຳ, ​ເອົາ​ໃຈ​ໃສ່​ເຖິງ ການ​ຮ່ວມ​ສຳພັນ​ກັບ​ບັນດາ​ແຂວງ​ອ້ອມ​ຂ້າງ, ຍົກ​ສູງ​ປະສິດທິ​ຜົນ​ການ​ພັດທະນາ​ເສດຖະກິດ​ໃນ​ເຂດ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ວາງ​ແຜນ​ພັດທະນາ​ຕົວ​ເມືອງ​ທັນ​ສະ​ໄໝ. ນີ້​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ນັບ​ມື້​ນັບ​ສຳຄັນ ​ແລະ ຮີບ​ດ່ວນ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ແຂວງ“.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຍັງ​ໃສ່​ໃຈ​ແຂວງ​ແທງ​ຮ໋ວາ ຄວນ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ຂົງ​ເຂດ​ວັດທະນະທຳ​ສັງຄົມ, ສຶກສາ, ສາທາລະນະ​ສຸກ, ບຳລຸງສ້າງ​ວິຊາ​ຊີບ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ, ສົມ​ກັບ​ການ​ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖີ່​ນ.

 

ຂ່າວ/ບົດ​ອື່ນ