ແຂວງ ທ໊າຍງວຽນ ຄວນເສີມຂະຫຍາຍບົດບາດເປັນທ້ອງຖິ່ນຈຸດສຸມຂອງທົ່ວປະເທດກ່ຽວກັບການຫັນເປັນດີຈີຕອນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ຄວາມສຳຄັນຂອງການຜັນຂະຫຍາຍແຜນຮ່າງໄດ້ປະກອບສ່ວນປະຕິບັດໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດກ່ຽວກັບກໍ່ສ້າງໂຄງລ່າງ...
ແຂວງ ທ໊າຍງວຽນ ຄວນເສີມຂະຫຍາຍບົດບາດເປັນທ້ອງຖິ່ນຈຸດສຸມຂອງທົ່ວປະເທດກ່ຽວກັບການຫັນເປັນດີຈີຕອນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: Hoàng Nguyên/TTXVN)

ຕອນບ່າຍວັນທີ 5 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ລົງກວດກາ ແລະ ເຮັດວຽກກັບແຂວງ ທ໊າຍງວຽນ ກ່ຽວກັບສະພາບການຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີຜັນຂະຫຍາຍແຜນຮ່າງກ່ຽວກັບ “ການພັດທະນາໂປຼແກຼມຂໍ້ມູນພົນລະເມືອງ, ການລະບຸ ແລະ ຮັບຮອງຄວາມຖືກຕ້ອງທາງເອເລັກໂຕນິກ ຮັບໃຊ້ໃຫ້ແກ່ການຫັນເປັນດີຈີຕອນແຫ່ງຊາດ, ໄລຍະ 2022 – 2025; ວິໄສທັດຮອດປີ 2030” ໃນບໍລິເວນແຂວງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ຄວາມສຳຄັນຂອງການຜັນຂະຫຍາຍແຜນຮ່າງໄດ້ປະກອບສ່ວນປະຕິບັດໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດກ່ຽວກັບກໍ່ສ້າງໂຄງລ່າງ, ໃນນັ້ນມີພື້ນຖານໂຄງລ່າງດີຈີຕອນ ແລະ ພື້ນຖານໂຄງລ່າງສັງຄົມ, ພ້ອມທັງຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ດີກ່ວາອີກ… ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ດ້ວຍບົດບາດເປັນທ້ອງຖິ່ນຈຸດສຸມຂອງທົ່ວປະເທດ, ແຂວງ ທ໊າຍງວຽນ ຄວນເປັນເຈົ້າພາບ, ມີໄຫວພິບ ນຳໜ້າໃນວິທີຜັນຂະຫຍາຍ, ຈາກນັ້ນຖອດຖອນບົດຮຽນໃຫ້ແກ່ທ້ອງຖິ່ນຕ່າງໆ. ແຂວງ ທ໊າຍງວຽນ ກໍ່ຕ້ອງສືບຕໍ່ຊີ້ນຳ, ເພີ່ມທະວີລັກສະນະສົມທົບລະຫວ່າງບັນດາພະແນກ, ຂະແໜງການເພື່ອແກ້ໄຂຄວາມຫຍຸ້ງຍາກ ກ່ຽວກັບພື້ນຖານໂຄງລ່າງດ້ານເຕັກນິກ, ລັກສະນະເຊື່ອມຕໍ່, ຮັບປະກັນການຮັບໃຊ້ຕ້ອງການຂອງປະຊາຊົນໃຫ້ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ