(VOVWORLD) - ເຫດການດຶງດູດການເຂົ້າຮ່ວມຂອງການນຳວິສາຫະກິດຫຼາຍທ່ານ, ຫ້ອງການການຄ້າ, ສະມາຄົມຈຳນວນໜຶ່ງຂອງອິນເດຍ.
ກອງປະຊຸມຈັດຂຶ້ນຢູ່ນິວເດລີ, ປະເທດ ອິນເດຍ
(ພາບ:VOV)
|
ວັນທີ 25 ກໍລະກົດ, ຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງລາວກາຍ ແລະ ຫ້ອງການການຄ້າອຸດສາຫະກຳ ບັນດານັກນຳເຂົ້າ ອິນເດຍ ໄດ້ຈັດກອງປະຊຸມ “ສົ່ງເສີມການລົງທຶນ, ການຄ້າ ແລະ ໂຄສະນາການທ່ອງທ່ຽວ ລາວກາຍ - ອິນເດຍ”. ເຫດການດຶງດູດການເຂົ້າຮ່ວມຂອງການນຳວິສາຫະກິດຫຼາຍທ່ານ, ຫ້ອງການການຄ້າ, ສະມາຄົມຈຳນວນໜຶ່ງຂອງອິນເດຍ.
ກ່າວຄຳເຫັນທີ່ເຫດການ, ທ່ານ ດັ້ງຊວນຟອງ, ເລຂາຄະນະພັກແຂວງ ລາວກາຍ ຢັ້ງຢືນວ່າ: ແຂວງ ລາວກາຍ ພ້ອມແລ້ວກະກຽມບັນດາການເຄື່ອນໄຫວດີທີ່ສຸດ ເພື່ອຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ, ພິເສດແມ່ນບັນດານັກລົງທຶນອິນເດຍ. ທາງແຂວງ ປາດຖະໜາຢາກໃຫ້ປະຊາຄົມວິສາຫະກິດສອງປະເທດ ເສີມຂະຫຍາຍທ່າໄດ້ປຽບ, ເຊື່ອມຕໍ່ການຮ່ວມມືເພື່ອສ້າງ ແລະ ພັດທະນາເສດຖະກິດ - ສັງຄົມ. ທ່ານກ່າວວ່າ:
“ລາວກາຍ ໄດ້ຈັດຕັ້ງເຫດການນີ້ດ້ວຍຄວາມຫວັງເສີມຂະຫຍາຍທ່າໄດ້ປຽບຂອງແຂວງ ກ່ຽວກັບອຸດສາຫະກຳ, ການທ່ອງທ່ຽວ ແລະ ດ່ານຊາຍແດນ. ນອກຈາກນັ້ນ, ຍັງມີຂົງເຂດກະສິກຳເຂດຊົນຮ້ອນ ແລະ ປຸງແຕ່ງຜະລິດຕະພັນການຢາຜ່ານການເຄື່ອນໄຫວສົ່ງເສີມການລົງທຶນ, ໂຄສະນາຄັ້ງນີ້, ພວກຂ້າພະເຈົ້າປາດຖະໜາຢາກແນະນຳພາບພົດຂອງແຂວງ ລາວກາຍ ເວົ້າສະເພາະ ແລະ ປະເທດຊາດ, ປະຊາຊົນ ຫວຽດນາມ ເວົ້າລວມເຖິງເພື່ອນມິດອິນເດຍ”.