(vovworld)- ແຂວງ Gyeonggi-do (ສ.ເກົາຫຼີ) ພ້ອມກັບບໍລິສັດໃຫຍ່ນຳເຂົ້າ-ສົ່ງອອກ ສິນຄ້າກະເສດ ແລະ ສິນໃນນ້ຳ (aT) ໄດ້ຈັດຕັ້ງການເຄື່ອນໄຫວສົ່ງເສີມດ້ານການຄ້າ, ງານບຸນສະບຽງອາຫານເຂດ Gyeonggi-do ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ງານຕະຫຼາດນັດສົ່ງເສີມດ້ານການຄ້າສະບຽງອາຫານ ແຂວງ Gyeonggi-do (ສ.ເກົາຫຼີ) ໄດ້ດຳເນີນແຕ່ວັນທີ 20-29/10/2016 ຢູ່ບັນດາຮ້ານຊັບພະສິນຄ້າບໍລິເວນຮ່າໂນ້ຍ ເຊັ່ນ: Lotte mart ດົ໋ງດາ, K-market keangnam, K-market ໝີດິ່ງ, K-market ຈຸງຮົ່ວ, Metro mart, Bing C, ຮ້ານອາຫານ King BBQ…
ບັນດາສະບຽງອາຫານ ທີ່ຖືກແນະນຳໃນເຫດການ ຄັ້ງນີ້ປະກອບມີ: ສາລ່າຍທະເລ, ສະບຽງອາຫານຊະນິດຕ່າງໆ, ຊາສະໜຸນໄພຊະນິດຕ່າງໆ… ຈຸດພິເສດຂອງລາຍການສົ່ງເສີມການຄ້າ ຢູ່ເຫດການນີ້ ແມ່ນແນະນຳຜະລິດຕະພັນເຫຼົ້າໂສມ Sansamgadeuk Myeongsul ເຊິ່ງແມ່ນເຫຼົ້າໂສມປະເພດ ທີ່ຖືກຄັດເລືອກ ເປັນຕົວແທນໃຫ້ເຫຼົ້າ ແຂວງ Gyeonggi-do ແລະ ກໍ່ເປັນຕົວແທນໃຫ້ເຫຼົ້າທີ່ເປັນມູນເຊື້ອຂອງ ສ.ເກົາຫຼີ ໃນ 4 ປີ ຢ່າງລຽນຕິດ.