ແຄ໋ງຮ່ວາສູ້ຊົນກາຍເປັນໃຈກາງເສດຖະກິດ, ທ່ອງທ່ຽວວັດທະນະທຳໃຫຍ່ຂອງທົ່ວປະເທດ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງແຄ໋ງຮ່ວາຊຸດທີ 17
(ພາບ: baokhanhhoa)
(vovworld) - ຕອນເຊົ້າວັນທີ 22/9, ຢູ່ນະຄອນຍາຈາງ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງແຄ໋ງຮ່ວາຊຸດທີ 17, ໄລຍະ 2015-2020, ໄດ້ໄຂຂຶ້ນຢ່າງເປັນທາງການ. ກ່າວຄວາມເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເນັ້ນໜັກວ່າ, ອົງຄະນະພັກແຂວງຄວນວາງຄາດໝາຍພັດທະນາເສດຖະກິດຢ່າງໄວ, ໝັ້ນຄົງ ບົນພື້ນຖານໝູນໃຊ້ທ່າສະດວກແມ່ນມີພື້ນຖານໂຄງລ່າງເສດຖະກິດ - ສັງຄົມ ແລະ ຄວາມສາມາດບົ່ມຊ້ອນດ້ານເສດຖະກິດທະເລ, ດຶງດູດການລົງທຶນ.
“ພວກເຮົາມີ 3 ຕົວເມືອງ ແລະ 5 ເມືອງ. 5 ເມືອງນີ້ຕ້ອງກາຍເປັນ 5 ເມືອງຊົນນະບົດໃໝ່ສີວິໄລ, ທັນສະໄໝຕາມທິດຕົວເມືອງ. ຊົນນະບົດໃໝ່ສົມທົບກັບການພັດທະນາຕົວເມືອງຢ່າງກົມກ່ຽວ, ແຄ໋ງຮ່ວາຈະບັນລຸໄດ້ຄາດໝາຍເຊິ່ງກົມການເມືອງໄດ້ວາງອອກ, ນັ້ນແມ່ນນຳແຄ໋ງຮ່ວາກາຍເປັນນະຄອນສັງກັດສູນກາງ. ຕ້ອງກໍ່ສ້າງສຳເລັດເຂດເສດຖະກິດພິເສດ ເວິນຟອງ ແລະ ກໍ່ສ້າງຊົນນະບົດໃໝ່ຢູ່ ແຄ໋ງຮ່ວາໃຫ້ສຳເລັດ“.
ຄາດໝາຍຈຸດສຸມຂອງອົງຄະນະພັກແຂວງ ແຄ໋ງຮ່ວາ ໄລຍະ 2015-2020 ແມ່ນພັດທະນາເສດຖະກິດ ດ້ວຍລະດັບເຕີບໂຕໄວ ແລະ ໝັ້ນຄົງ ຕາມທິດທັນສະໄໝ, ກໍ່ສ້າງ ແຄ໋ງຮ່ວາ ໃຫ້ກາຍເປັນໃຈກາງເສດຖະກິດ, ທ່ອງທ່ຽວວັດທະນະທຳໃຫຍ່ຂອງທົ່ວປະເທດ.