ແງ່ຫວັງການພັດທະນາເສດຖະກິດຫວຽດນາມແລະບົດບາດຂອງລັດຖະບານສ້າງສັນ
(vovworld)- ຕອນເຊົ້າວັນທີ 16/3 ຢູ່ ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ໄດ້ສົມທົບກັບກຳມາທິການເສດຖະກິດຂອງສະພາແຫ່ງຊາດ ແລະ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດ “ແງ່ຫວັງການພັດທະນາເສດຖະກິດຫວຽດນາມ ແລະ ບົດບາດຂອງລັດຖະບານສ້າງສັນໃນການສ້າງສຳເລັດລະບອບລະບຽບການ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ບັນດາຜູ້ແທນໄດ້ຮັບຮູ້ວ່າ: ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ຕິດພັນກັບການປ່ຽນໃຫມ່ຮູບແບບການເຕີບໂຕແມ່ນຫນ້າທີ່ຂອງທັງໄລຍະ 2016-202 ແລະ ສ້າງລັດແຫ່ງການສ້າງສັນ ແມ່ນຂອດບຸກທະລຸເພື່ອປະຕິບັດ. ໃນປີຜ່ານມາ, ຫວຽດນາມ ບັນລຸໄດ້ບາງໝາກຜົນ, ເປັນຕົ້ນໃນການປະຕິບັດຫນ້າທີ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ຕິດພັນກັບຮູບແບບການເຕີບໂຕ ແລະຖືການສ້າງລັດສ້າງສັນແມ່ນຖະແຫລງການດຳເນີນງານຂອງລັດຖະບານ.