ແຕ່ລະປີລົງທຶນກວ່າ 2.200ຕື້ດົ່ງເພື່ອພັດທະນາຊົນລະປະທານ ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ

ແຕ່ລະປີລົງທຶນກວ່າ    2.200ຕື້ດົ່ງເພື່ອພັດທະນາຊົນລະປະທານ   ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ ກ່ຽວ​ກັບ​ການ​ບົວລະບັດ​ຮັກສາ​ກິດ​ຈະ​ກຳ​ຊົນລະປະທານ ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 10/6 ຢູ່ ນະຄອນ ​ເກີນ​ເທີ, ທ່ານ ຮ່ວາງ​ວັນ​ທັງ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ 2006-2012, ຍອດ​ຈຳນວນ​ເງິນລົງທຶນ​ໃຫ້​ແກ່​ຊົນລະປະທານ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​​ໃຕ້​ຫວຽດນາມ ​ແມ່ນ 14.800 ຕື້​ດົ່ງ. ສະ​ເລ່ຍ​ແຕ່ລະ​ປີ 2.200 ຕື້​ດົ່ງ ​.ແລະຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ເພື່ອຄຸ້ມຄອງຊົນລະປະທານຮັບໃຊ້ການ
ພັດທະນາຊົນນະບົດເຂດທົ່ງພຽງແມ່ນ້ຳຂອງໄລຍະ 2011-2016, ຍອດຈຳນວນເງິນລົງທຶນແມ່ນ 210ລ້ານ USD.
ແລະ ​ໃນ​ໄລຍະ​ຜ່ານ​ມາ ມີ​ກິດຈະກຳ​ຊົນລະປະທານ​ຫລາຍ​ແຫ່ງ​ຢູ່​ເຂດ​ນີ້ ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ແຕ່​ບໍ່​ທັນ​ບັນລຸ​ໝາກຜົນ​ສູງ​. ​ທ່ານ ​​ເນັ້ນຫນັກ​ວ່າ:

        “ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ສ້າງ​ບັນດາ​ບາດກ້າວ​ທຳ​ອິດ​ເພື່ອ​ໃຫ້​ພວກ​ເຮົາ​ກໍ່ສ້າງ​ທົດ​ລອງ, ຈາກ​ນັ້ນ​ສ້າງ​ລະບອບ​ນະ​ໂຍບາຍ​ໃຫ້​ສົມບູນ​ແບບ, ສ້າງ​ກອບ​ຍຸດ​ທະ​ສາດ, ​ແຜນ​ກຳນົດ​ໃຫ້​ແກ່​ການ​ນຳ​ໃຊ້​ບັນດາ​ກິດຈະກຳ​ຊົນລະ​ປະທານຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ກ່ຽວ​ກັບ​​ເຕັກ​ໂນ​ໂລ​ຊີ ​ແລະ ​ເຕັກນິກ ​ແມ່ນ​ຜ່ານ​​ການ​ຮ່ວມ​ມື​ຊຸກຍູ້​ລະຫວ່າງ ພາກ​ເອກະ​ຊົນ, ວິ​ສາ​ຫະກິດ​ຂອງ​ຫວຽດນາມ ​ແລະ ​ໂຮ​ນລັງ, ມູ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ລະບົບ​ວິ​ສາ​ຫະກິດ, ມີ​ລັກສະນະ​ວິຊາ​ຊີບ​ເພື່ອ​ແກ້​ໄຂ​ບັນຫາ​ໃຫຍ່​ໃຫ້​ແກ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.”

ຂ່າວ/ບົດ​ອື່ນ