(vovworld) - ໂດຍປະຕິບັດຕາມຄຳສັ່ງເລກທີ 3 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ, ໃນ 2 ປີຜ່ານມາ, ຍາມໃດຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ ກໍເປັນເຈົ້າການສ້າງແຜນການຜັນຂະຫຍາຍຫົວເລື່ອງສະເພາະ “ຮໍ່າຮຽນ ແລະ ປະຕິບັດແບບຢ່າງຄຸນສົມບັດປະທານໂຮ່ຈິມິນ, ສູ້ຊົນຕະຫຼອດຊີວິດ, ມີຄວາມປະຢັດ, ມີຈິດໃຈທ່ຽງທຳຮັບໃຊ້ປະຊາຊົນ, ຈົ່ງຮັກພັກດີກັບປະຊາຊົນ, ບໍລິສຸດຜຸດຜ່ອງ ແລະ ລຽບງ່າຍໃນຊີວິດ”. ຜ່ານນັ້ນ, ຈະຊ່ວຍໃຫ້ພະນັກງານ, ລັດຖະກອນ, ສະມາຊິກພັກ, ພະນັກງານແນວໂຮມທຸກຂັ້ນ ແລະ ປະຊາຊົນນັບມື້ນັບມີສະຕິຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມຮຽກຮ້ອງບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດ, ກ່ຽວກັບເນື້ອໃນທີ່ເປັນພື້ນຖານແນວຄິດຄຸນສົມບັດຂອງລຸງໂຮ່, ມີສະຕິຕື່ນຕົວຝຶກຝົນຫຼໍ່ຫຼອມ ແລະ ຍົກສູງລັກສະນະເປັນແບບຢ່າງໃນຫົວໜ່ວຍ, ທ່ອງຖິ່ນ ແລະ ແຕ່ລະຄອບຄົວ. ທີ່ກອງປະຊຸມສະຫຼຸບ 2 ປີ ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ, ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 6/11, ຢູ່ນະຄອນໂຮ່ຈິມິນ, ການນຳຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ ໄດ້ກຳນົດວ່າ ໃນໄລຍະ 2 ປີຈະມາເຖິງ, ນະຄອນໂຮ່ຈິມິນ ຈະສືບຕໍ່ຍູ້ແຮງການໂຄສະນາບັ້ນຂົນຂວາຍຮໍ່າຮຽນ ແລະ ປະຕິບັດແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ດ້ວຍຮູບການທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ເປີດກວ້າງອອກສູ່ຫຼາຍເປົ້າໝາຍທຸກເພດ, ທຸກຊົນເຜົ່າ ແລະ ສາສະໜາ. ພ້ອມທັງສືບຕໍ່ທະວີຄຸນແບບຢ່າງໝູ່ຄະນະ, ສ່ວນບຸກຄົນ, ສ້າງເປັນກຳລັງຫຼັກແຫຼ່ງສູ້ຊົນເພີ່ມ 50% ຈຳນວນແບບຢ່າງເມື່ອທຽບໃສ່ປີກ່ອນ.