ທ່ານ ຫງວຽນທ້ຽນເຍີນ ມອບຂອງຂວັນໃຫ້ ອະດີດເລຂາທິ
ການຄະນະພັກນະຄອນຮ່າໂນ້ຍ ຫງວຽນວັນເຈີນ
(ພາບ: NguyenDan/TTXVN)
(vovworld) – ຕອນບ່າຍວັນທີ 19/8 ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດງານພົບປະສັງສັນສະເຫຼີມສະຫຼອງ 70 ປີແຫ່ງວັນປະຕິວັດເດືອນສິງຫາ (19/8/1945 – 19/8/2015) ແລະ ວັນຊາດ 2/9 (02/9/1945 – 02/9/2015) ດ້ວຍຫົວຂໍ້ “ທີ່ລະນຶກການລຸກຮື້ຂຶ້ນຢູ່ ຮ່າໂນ້ຍ” ເພື່ອສະແດງຄວາມຮັບບຸນຄຸນຕໍ່ບັນດາການນຳ, ພະນັກງານປະຕິວັດຜູ້ອາວຸໂສ. ນີ້ແມ່ນບັນດາຜູ້ທີ່ມີການປະກອບສ່ວນອັນໃຫຍ່ຫລວງໃຫ້ພາລະກິດປະຕິວັດຂອງຊາດ. ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນໜັກວ່າ: ການປະຕິວັດເດືອນສິງຫາ ແມ່ນການປະຕິວັດພິເສດໃນປະຫວັດສາດຂອງຊາດ. ຜ່ານການພົບປະສັງສັນ, ທ່ານ ຫງວຽນທ້ຽນເຍີນ ກໍປາດຖະໜາວ່າ: ລຸ່ນໜຸ່ມຈະເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈກ່ວາອີກກ່ຽວກັບປະຫວັດຂອງຊາດ.