ແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມຕີລາຄາຄວາມເພິ່ງພໍໃຈຕໍ່ການຮັບໃຊ້ຂອງອົງການສຳນັກງານບໍລິຫານ
ທ່ານລັດຖະມົນຕີວ່າການກະຊວງພາຍໃນ ຫງວຽນຖ໋າຍບີ່ງ
ກ່າວຄຳເຫັນໄຂກອງປະຊຸມ
(ພາບ: Nguyễn Dân/TTXV)
(vovworld) – ຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງທີ່ມີຕໍ່ການຮັບໃຊ້ຂອງອົງການສຳນັກງານບໍລິຫານແຫ່ງລັດຈະໄດ້ຮັບການວັດແທກດ້ວຍດັດຊະນີຄວາມເພິ່ງພໍໃຈ. ດັດຊະນີນີ້ຈະຕີລາຄາຄຸນນະພາບສະໜອງບໍລິການບໍລິຫານລັດຢ່າງພາວະວິໄສ, ຜ່ານນັ້ນອົງການທີ່ມີໜ້າທີ່ຮັບຜິດຊອບກຳແໜ້ນໄດ້ຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງຫວັງຂອງປະຊາຊົນ, ສະເໜີມາດຕະການປັບປຸງຄຸນນະພາບການຮັບໃຊ້ ແລະ ສະໜອງບໍລິການຂອງຕົນ ເພື່ອແນໃສ່ຍົກສູງຄວາມເພິ່ງພໍໃຈ ແລະ ຜົນປະໂຫຍດຂອງປະຊາຊົນ ແລະ ອົງການຈັດຕັ້ງ. ນີ້ແມ່ນເນື້ອໃນລາຍການສົມທົບປະຕິບັດ, ການກຳນົດດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງທີ່ມີຕໍ່ການຮັບໃຊ້ຂອງອົງການບໍລິຫານແຫ່ງລັດປີ 2015 ໄດ້ຮັບຄວາມເຫັນດີເປັນເອກະພາບໃນຕອນບ່າຍວັນທີ 21/4 ຈາກຄະນະປະຈຳການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ກະຊວງພາຍໃນ, ສະມາຄົມນັກຮົບເກົ່າຫວຽດນາມ. ຕາມລາຍການສົມທົບ ແລ້ວ, 3 ຝ່າຍເຫັນດີເປັນເອກະພາບນຳກັນວ່າ: ມີ 6 ຂົງເຂດແກ້ໄຂລະບຽບການບໍລິຫານໄດ້ຮັບການເລືອກເຟັ້ນ ເພື່ອກຳນົດດັດຊະນີຄວາມເພິ່ງພໍໃຈ ເຊິ່ງລວມມີ 3 ຂົງເຂດທີ່ປະຕິບັດຢູ່ຂັ້ນເມືອງແມ່ນການອອກບັດປະຈຳຕົວ; ການອອກໜັງສືຢັ້ງຢືນສິດນຳໃຊ້ທີ່ດິນ ແລະ ການອອກໜັງສືອະນຸຍາດປຸກສ້າງເຮືອນຢູ່; 3 ຂົງເຂດທີ່ປະຕິບັດຢູ່ຂັ້ນຕາແສງຄື:ການອອກໃບຢັ້ງຢືນການສົມລົດ, ການອອກໃບຢັ້ງຢືນການເກີດ ແລະ ໃບຢັ້ງຢືນຄວາມຖືກຕ້ອງຕາມຄວາມຈິງ.