ທ່ານ ຮູ່ນດ໋າມ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ
ພາບ:internet |
(vovworld) - ຕອນເຊົ້າວັນທີ 7/12 ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຍົກຄຳເຫັນ, ຂໍ້ສະເຫນີຂອງປະຊາຊົນ. ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ: ໄລຍະຜ່ານມາ ຍາມໃດບັນດາສະພາທີ່ປຶກສາຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນເອກະພາບໃນການເຄື່ອນໄຫວ, ໃກ້ຊິດຕິດແທດກັບພາລະບົດບາດ, ຫນ້າທີ່ ທີ່ປຶກສາ; ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ, ນະໂຍບາຍເສດຖະກິດ, ຮັບປະກັນຊີວິດສັງຄົມ. ຕາມທ່ານ ຫງວຽນຕຸກ (Nguyễn Túc) ປະທານສະພາທີ່ປຶກສາກ່ຽວກັບວັດທະນະທຳ ສັງຄົມ, ສັງກັດຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ເພື່ອໃຫ້ບັນດາສະພາທີ່ປຶກສາເຮັດວຽກນັບມື້ນັບມີປະສິດທິຜົນ ບົດບາດຂອງການນຳແນວໂຮມປະເທດຊາດແມ່ນສຳຄັນທີ່ສຸດ.
“ໃນສະພາບປະຈຸບັນ, ຂ້າພະເຈົ້າປາດຖະຫນາວ່າ ການນຳຫລັກແຫລ່ງຂອງແນວໂຮມປະເທດຊາດ ຕ້ອງກ້າຫານໃນການປະເຊີນຫນ້າກັບສິ່ງທ້າທາຍຂອງກົນໄກການຕະຫລາດ. ການນຳເຮັດໄດ້ຄືແນວນັ້ນ ວຽກງານພິຈາລະນາສອ່ງແສງສັງຄົມຈຶ່ງປະຕິບັດໄດ້.”