ແນະນຳກ່ຽວກັບເວທີປາໄສເສດຖະກິດຕາເວັນອອກໄກຄັ້ງທີ່2ຢູ່Vladivostok ກັບບັນດາປະເທດAPECປະຈຳລັດເຊຍ
ການພົບປະ ກັບຜູ້ຕາງໜ້າສະຖານທູດ ແລະ ອົງການຕ່າງປະເທດ
ຂອງບັນດາປະເທດ APEC ປະຈຳ ລັດເຊຍ
(vovworld)- ໃນຕອນເຊົ້າ ວັນທີ 27/6, ຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ, ກະຊວງການຕ່າງປະເທດລັດເຊຍ ສົບທົບກັບກອງທຶນ “Ros-con-gress” ຈັດການພົບປະ ກັບຜູ້ຕາງໜ້າສະຖານທູດ ແລະ ອົງການຕ່າງປະເທດ ຂອງບັນດາປະເທດ APEC ປະຈຳ ລັດເຊຍ, ເພື່ອແນະນຳ ກ່ຽວກັບເວທີເສດຖະກິດຕາເວັນອອກໄກ ຄັ້ງທີ 2, ທີ່ຈະນຳເນີນໃນລະຫວ່າງ ວັນທີ 2-3/9 ຈະມາເຖິງ. ລາຍງານກ່ຽວກັບຂອບຂະໜາດ, ເປົ້າໝາຍ, ຄວາມໝາຍ ທີ່ເວທີເສດຖະກິດຕາເວັນອອກໄກ ຄັ້ງທີ 2 ໃກ້ຈະດຳເນີນ, ທ່ານ Alechxandr Osipov, ຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ, ຮັບຜິດຊອບວຽກງານພັດທະນາເຂດຕາເວັນອອກໄກລັດເຊຍ ໃຫ້ຮູ້ວ່າ: ນີ້ກໍ່ແມ່ນເວທີປາໄສທີ່ ມີຂອບຂະໜາດບໍ່ໜ້ອຍໜ້າກັບເວທີປາໄສເສດຖະກິດປະຈຳປີ ຢູ່ Sanh Petecbua. ເວທີປາໄສເພື່ອແນໃສ່ເພີ່ມທະວີການພົວພັນ ຂອງປະຊາຄົມລົງທຶນສາກົນ, ບັນດາວິສາຫະກິດລັດເຊຍ, ບັນດາອົງການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ພາກພື້ນ ແລະ ສະຫະພັນ; ຕີລາຄາຮອບດ້ານຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ຂອງເຂດຕາເວັນອອກໄກລັດເຊຍ ກໍ່ຄືຍົກສູງລັກສະນະແກ້ງແຍ້ງ ແລະ ກຳລັງດຶງດູດການລົງທຶນ ຂອງຂົງເຂດ, ໃນທົ່ວປະເທດ ກໍ່ຄືລະດັບສາກົນ; ແນະນຳບັນດາເງື່ອນໄຂໃໝ່ ໃຫ້ການເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດ ຄືບັນດາຂົງເຂດບຸລິມະສິດພັດທະນາ, ທ່າເຮືອ Vladivostok ເສລີ, ການໜູນຊ່ວຍຂອງລັດ ດ້ວຍບັນດາໂຄງການລົງທຶນທີ່ມີແງ່ຫວັງ.