ແນະນຳຄວາມສາມາດບົ່ມຊ້ອນໃນການລົງທຶນເຂົ້າຫວຽດນາມຢູ່ແບນຊິກ
ເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ Bruno Angelet ແນະນຳກ່ຽວກັບການພົວພັນຮ່ວມມືລະຫວ່າງ ແບນຊິກ ແລະ ຫວຽດນາມ
(ພາບ: Hương Giang/Vietnam+)
(vovworld) – ໃນຂອບເຂດງານຕະຫຼາດນັດການຄ້າສາກົນ “Accenta 2014” ພວມດຳເນີນໄປຢູ່ນະຄອນ Gent, Flanders ຕາເວັນອອກ, ປະເທດ ແບນຊິກ, ຕອນບ່າຍວັນທີ 10/9, ວົງການເຈົ້າໜ້າທີ່ປະເທດນີ້ໄດ້ຈັດຕັ້ງກອງປະຊຸມສຳມະນາໂຄສະນາ, ຮຽກຮ້ອງການລົງທຶນເຂົ້າ ຫວຽດນາມ. ນະຄອນ ເກີນເທີຂອງ ຫວຽດນາມ ແມ່ນແຂກກິຕິມະສັກຂອງງານຕະຫຼາດນັດ Accenta ປີນີ້.
ດ້ວຍຫົວຂໍ້ວ່າ “ຫວຽດນາມ: ຈຸດນັດພົບທີ່ດູດດື່ມໃຫ້ວຽກງານດຳເນີນທຸລະກິດຂອງເພື່ອນ”, ບັນດານັກປາຖະກະຖາແນະນຳກ່ຽວກັບ ຫວຽດນາມ ແມ່ນພື້ນຖານເສດຖະກິດພັດທະນາໄວ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ດ້ວຍພື້ນຖານ ການເມືອງສະຖຽນລະພາບ, ຄ່າແຮງງານຖືກ, ຕະຫຼາດເປີດກ້ວາງ. ຫວຽດນາມ ມີຄວາມສາມາດກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ຂອງ ອາຊີ ໃນສັດຕະວັດທີ 21.
ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືກັບບັນດາທ້ອງຖີ່ນຂອງຫວຽດນາມ ແລະ ເຂດ Flanders, ທ່ານ Ralph Moreau, ນັກຊ່ຽວຊານກ່ຽວກັບຕະຫຼາດ ເອີລົບ ຂຶ້ນກັບກະຊວງການຄ້າ ແລະ ການລົງທຶນເຂດ Flanders, ຖືວ່າ ບັນດາແຂວງຂອງ ຫວຽດນາມ ມີທ່າແຮງຫຼາຍຢ່າງເພື່ອດຶງດູດການລົງທຶນຂອງບັນດາບໍລິສັດໃນເຂດ.