ແນະນຳເຄືອຂ່າຍອິນເຕີແນັດພາຍໃນAIPAຢູ່ຫວຽດນາມ
(VOVworld)- ຕອນເຊົ້າວັນທີ 20/4, ທີ່ສຳນັກງານຫ້ອງວ່າການສະພາແຫ່ງຊາດ ໄດ້ດຳເນີນກອງປະຊຸມແນະນຳເຄືອຂ່າຍອິນເຕີແນັດຂອງລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຢູ່ຫວຽດນາມ. ນີ້ແມ່ນການເຄື່ອນໄຫວນອນໃນລາຍການແນະນຳເຄືອຂ່າຍອິນເຕີແນັດພາຍໃນ AIPA ເຖິງບັນດາລັດຖະສະພາປະເທດສະມາຊິກຂອງຄະນະເລຂາ AIPA. ລະບົບເຄືອຂ່າຍອິນເຕີແນັດພາຍໃນ AIPA ໄດ້ຮັບການສ້າງຂຶ້ນ, ພັດທະນາ ດ້ວຍຄາດໝາຍສ້າງເຄື່ອຂ່າຍຂໍ້ມູນຂ່າວສານເອເລັກໂຕນິກ ເພື່ອແບ່ງປັນຄວາມຮູ້ ແລະ ຂໍ້ມູນຂ່າວເຖິງບັນດາລັດຖະສະພາປະເທດສະມາຊິກ AIPA, ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງກົງຈັກຊ່ວຍວຽກໃຫ້ແກ່ລັດຖະສະພາໃນວຽກງານຄຸ້ມຄອງຂໍ້ມູນຂ່າວສານ, ຄົ້ນຄ້ວາ ແລະ ທາບທາມຄຳເຫັນນະໂຍບາຍ.