ແນະນຳແຜນຮ່າງປ່ຽນໃຫມ່ແຜນການພັດທະນາເສດຖະກິດສັງຄົມໃນທຸກຂັ້ນ

ແນະນຳແຜນຮ່າງປ່ຽນໃຫມ່ແຜນການພັດທະນາເສດຖະກິດສັງຄົມໃນທຸກຂັ້ນ - ảnh 1
ພາບປະກອບ: internet



(vovworld) -  ​​ ຕອນ​ເຊົ້າ​ວັນ​ທີ 6/8 ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ບໍລິຫານ​ເສດຖະກິດ​ສູ​ນກາງ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ແຜນ​ຮ່າງ​ປ່ຽນ​ໃຫມ່​ແຜນການ​ພັດທະນາ​ເສດຖະກິດ​ - ສັງຄົມ ໃນ​ທຸກ​ຂັ້ນ ​ເພື່ອ​ປຶກສາ​ຫາລື, ​ຮັບ​ເອົາ​ຄຳ​ເຫັນ​ເພື່ອ​ສ້າງ​ແຜນ​ຮ່າງ​ໃຫ້​ສຳ​ເລັດ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ. ​ແຜນ​ຮ່າງ​ນີ້​ຖ້າ​ຫາກ​ໄດ້​ຮັບ​ການ​ອະນຸມັດ​ຈະ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ເຄື່ອງມື​ວາງ​ແຜນການພັດທະນາ​ເສດຖະກິດ ສັງຄົມ. ​ເພື່ອ​ປ່ຽນ​ໃຫມ່​ວຽກ​ງານ​ວາງ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ບາງ​ມາດ​ຕະການ​ຄື: ​ເອົາ​ໃຈ​ໃສ່​ເຖິງການບໍລິການ​ຂອງ​ລັດ​ກວ່າ​ອີກ, ພິ​ເສດ ແມ່ນຫນູນ​ຊ່ວຍ​ການ​ຜະລິດ, ສາທາລະນະ​ສຸກ, ການ​ສຶກສາ ​ແລະ ສິ່​ງ​ແວດ​ລ້ອມ; ກຳນົດ​ຢ່າງ​ຈະ​ແຈ້ງ​ການ​ໃຫ້ບຸລິມະສິດ​ລະຫວ່າງ​ບັນດາ​ຄາດໝາຍ​ຕາມ​ລຳດັບ; ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ແຜນການ ​ແລະ ງົບປະມານ; ພ້ອມ​ທັງ​ກຳນົດ​​ບັນດາ​ມາດ​ຕະການ​ຢ່າງ​ຈະ​ແຈ້ງເພື່ອ​ດຶງ​ດູດ​ແຫ​ລ່ງກຳລັງ​ຈາກ​ພາຍ​ນອກ. ບັນດາ​ຜູ້​ຊ່ຽວຊານ​ດ້ານ​​ເສດຖະກິດ​ຖື​ວ່າ: ​​ໃນ​ພາຍ​ພາກ​ຫນ້າ ຕ້ອງ​ກຳນົດບົດບາດ, ພາລະ​ຫນ້າ​ທີ່​ຂອງ​ລັດ​ຢ່າງ​ລະອຽດໃນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ, ນຳ​ບັນດາ​ເນື້ອ​ໃນທີ່​ໄດ້​ໝັ້ນ​ໝາຍ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ.

 

 

 

 

ຂ່າວ/ບົດ​ອື່ນ