ແບ່ງປັນບົດຮຽນພັດທະນາອຸດສາຫະກຳອາຫານ

(VOVWORLD) -“ພວກຂ້າພະເຈົ້າຈະພະຍາຍາມສ້າງບັນດາກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ພົບປະໂດຍກົງກັບບັນດາວິສາຫະກິດຂະແຫນງອາຫານ ຫວຽດນາມ. ຜ່ານນັ້ນ ສອງຝ່າຍອາດຈະແລກປ່ຽນຂໍ້ມູນຂ່າວສານສືບຕໍ່ເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ມີຄວາມຕ້ອງການລົງທຶນຢູ່ຫວຽດນາມ”.
ແບ່ງປັນບົດຮຽນພັດທະນາອຸດສາຫະກຳອາຫານ - ảnh 1 ພາບປະກອບ

ນີ້ແມ່ນຄຳຢືນຢັນຂອງທ່ານ Kitagawa Hironobu, ຫົວຫນ້າຫ້ອງການຜູ້ຕາງຫນ້າ JETRO ຢູ່ ຮ່າໂນ້ຍ ທີ່ກອງປະຊຸມພັດທະນາອຸດສາຫະກຳ ອາຫານຫວຽດນາມ ຊື່ງດຳເນີນໃນວັນທີ 12 ທັນວາ ໂດຍຫ້ອງການ JETRO ປະຈຳ ຮ່າໂນ້ຍ ສົມທົບກັບ ກະຊວງອຸດສາຫະກຳ ການຄ້າຫວຽດນາມຈັດຕັ້ງ.

ຕາມທ່ານ Kitagawa Hironobu ແລ້ວ, ຂໍ້ມູນຂ່າວກ່ຽວກັບຂະແຫນງອຸດສາຫະກຳອາຫານ ກໍ່ຄື ຂໍ້ມູນຂ່າວໂດຍສັງເຂບກ່ຽວກັບຂະແຫນງອຸດສາຫະກຳຂອງຫວຽດນາມ ຍັງບໍ່ທັນໄດ້ອັບເດັດເທື່ອ. ນີ້ແມ່ນຫນຶ່ງໃນບັນດາຫນ້າທີ່ຂອງ JETRO ໃນໄລຍະຈະມາເຖິງ ຈະຕັ້ງຫນ້າກຳແຫນ້ນຂໍ້ມູນຂ່າວເພື່ອສະຫນອງໃຫ້ບັນດາວິສາຫະກິດ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ