ກອງປະຊຸມແບ່ງປັນບົດຮຽນສາກົນກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫລວງ
photo:baomoi.com
|
(vovworld)- ວັນທີ 27/8, ຢູ່ ນະຄອນ ຫວູງເຕົາ, ອົງການກວດກາລັດຖະບານ ຈັດຕັ້ງກອງປະຊຸມແບ່ງປັນບົດຮຽນສາກົນກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫລວງ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຊ່ຽວຊານສາກົນ, ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການ, ອົງການສູນກາງ ແລະ ອົງການກວດກາບັນດາທ້ອງຖິ່ນທາງພາກໃຕ້. ນະທີ່ນີ້ ບັນດາຜູ້ແທນ ໄດ້ຮັບຟັງນັກປະຖະກະຖາຂອງທະນາຄານໂລກ, ອົງການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳຂອງ ສປຊ ແບ່ງປັນບົດຮຽນສາກົນກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫລວງ. ບັນດາຜູ້ແທນໄດ້ແລກປ່ຽນຢ່າງກົງໄປກົງມາກັບນັກປະຖະກະຖາຂອງທະນາຄານໂລກ ແລະ ອົງການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກອນ ສປຊ, ຍົກອອກບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສິ່ງທ້າທາຍທີ່ປະສົບໃນວິວັດການເຮັດວຽກ, ປະຕິບັດມາດຕະການປ້ອງກັນຕ້ານການສໍ້ລາດບັງຫລວງຢູ່ຫວຽດນາມ ເພື່ອຊອກຫາມາດຕະການ, ຂໍ້ສະເຫນີແນະດີສຸດເພື່ອຍູ້ໃຫ້ໄພສໍ້ລາດບັງຫລວງຢູ່ຫວຽດນາມໃຫ້ຖອຍໄປ.