ແບ່ງປັນຜົນປະໂຫຍດປະຊາຄົມ-ບັນຫາສຳຄັນໃນການອະນຸລັກຮັກສາມໍລະດົກ
(ພາບປະກອບ)
(vovworld) – ໃນຕອນເຊົ້າວັນທີ 26/11 ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ແລະ ຫ້ອງການຄະນະກຳມະການວັດທະນະທຳ, ວິທະຍາສາດ, ການສຶກສາ ສະຫະປະຊາຊາດ (UNESCO) ປະຈຳ ຮ່າໂນ້ຍ ຈັດຕັ້ງກອງປະຊຸມສຳມະນາສາກົນ “ການເຂົ້າຮ່ວມຂອງປະຊາຄົມ ແລະ ວິທີສຳພັດສິດຢູ່ບັນດາເຂດມໍລະດົກໂລກ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຢືນຢັນວ່າ: ບັນດາບັນຫາອະນຸລັກຮັກສາມໍລະດົກມີ ການພົວພັນກັບສິດທິມະນຸດ…ເຖິງຢ່າງໃດກໍ່ຕາມ, ຄວນມີນະໂຍບາຍເໝາະສົມຂອງລັດ ເພື່ອແນໃສ່ຮັບປະກັນໃຫ້ປະຊາຄົມສາມາດຢູ່ນຳກັບມໍລະດົກ ແລະ ເຂົ້າຮ່ວມການອະນຸລັກຮັກສາມໍລະດົກໂດຍກົງ. ຮອງສາດສະດາຈານ ດຣ ດັ້ງວັນບ່າຍ ກຳມະການສະພາມໍລະດົກແຫ່ງຊາດ ຖືວ່າ:
“ບັນດາການເຄື່ອນໄຫວອະນຸລັກຮັກສາຂອງພວກເຮົາ ຕ້ອງສ້າງໄດ້ຄວາມເຫັນດີເຫັນພ້ອມຈາກປະຊາຄົມ. ແຕ່ວ່າ ຂ້າພະເຈົ້າເນັ້ນໜັກເປັນພິເສດເຖິງ ປະຊາຄົມບັນດາຜູ້ທີ່ດຳລົງຊີວິດຍາວນານ, ດຳລົງຊີວິດຮ່ວມກັບມໍລະດົກມາເປັນເວລານັບພັນປີ. ເຂົາເຈົ້າຕ້ອງມີບົດບາດສຳຄັນພິເສດກ່ວາ. ການດຳລົງຊີວິດປະຈຳວັນເອງໄດ້ເຮັດໃຫ້ ວັດທະນະທຳ, ປັນຍາວັດທະນະທຳທ້ອງຖິ່ນຂອງພວກເຂົາກາຍເປັນພາກສ່ວນໜຶ່ງຂອງຄຸນຄ່າມໍລະດົກ”.