ແຜ່ຂະຫຍາຍແບບຢ່າງຮ່ຳຮຽນ,ປະຕິບັດຕາມແນວຄິດ,ຄຸນສົມບັດ,ແບບແຜນດຳລົງຊີວິດຂອງປະທານໂຮ່ຈິມິນ
(ທ່ານປະທານປະເທດ ເຈີນດ້າຍວາງ
ພົບປະກັບຜູ້ແທນເຊິ່ງແມ່ນຊາວໜຸ່ມດີເດັ່ນ 100 ຄົນ)
(vovworld) - ຕອນເຊົ້າວັນທີ 08/09, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍວາງ ໄດ້ມີການພົບປະກັບຜູ້ແທນເຊິ່ງແມ່ນຊາວໜຸ່ມດີເດັ່ນ 100 ຄົນ ຂອງກຳລັງກອງທັບ, ຕຳຫຼວດປະຊາຊົນ ໃນການຮໍ່່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ໄລຍະ 2012 – 2015. ນີ້ແມ່ນບັນດາແບບຢ່າງດີເດັ່ນເຂົ້າຮ່ວມການສະຫຼຸບລາຍການສົມທົບກັນລະຫວ່າງຊາວໜຸ່ມຕຳຫຼວດ ແລະ ຊາວໜຸ່ມກອງທັບ ກ່ຽວກັບການຜັນຂະຫຍາຍການຍູ້ແຮງການປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນໄລຍະ 2012 – 2015; ລົງນາມໃນໂຄງການສົມທົບກັນໄລຍະ 2016 – 2021 ກ່ຽວກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈິມິນ. ທີ່ການພົບປະ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນນັກວ່າ, ບັນດາແບບຢ່າງເຊິ່ງແມ່ນສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມກອງທັບ, ຕຳຫຼວດດີເດັ່ນ ພ້ອມກັບຊາວໜຸ່ມກອງທັບ, ຕຳຫຼວດນັບໝື່ນຄົນໄດ້ ແລະ ພວມຍົກສູງຄວາມອົງອາດກ້າຫານ, ຄຸນສົມບັດປະຕິວັດ, ຈິດໃຈເກັ່ງກ້າສາມາດ… ໃນການປະຕິບັດໜ້າທີ່ຕ່ໍສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ, ໂຮມປະເທດຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ.
“ຂະພະເຂົ້າສະເໜີໃຫ້ບັນດາອົງການຈັດຕັ້ງຊາວໜຸ່ມ, ບັນດາອົງການສື່ມວນຊົນ ຄວນຍູ້ແຮງການໂຄສະນາ, ເຜີຍແຜ່ແບບຢ່າງດີິເດັ່ນຢ່າງກວ້າງຂວາງ. ກ່ອນອື່ນໝົດແມ່ນບັນດາແບບຢ່າງດີເດັ່ນໃນກອງທັບປະຊາຊົນ, ຕຳຫຼວດປະຊາຊົນ. ເຮັດແນວໃດເພື່ອແຜ່ຂະຫຍາຍແບບຢ່າງດີເດັ່ນໃນກຳລັງຊາວໜຸ່ມກອງທັບ, ຊາວໜຸ່ມຕຳຫຼວດ ແລະ ທົ່ວສັງຄົມຢ່າງແຮງ. ຜ່ານນັ້ນເອົາສິ່ງທີ່ດີ, ຍູ້ໃຫ້ບັນດາສິ່ງຊົ່ວຮ້າຍ, ຫຍໍ້ທໍ້ໃຫ້ຖອຍໄປ ເຮັດໃຫ້ສັງຄົມຂອງພວກເຮົານັບມື້ນັບດີງາມກວ່າ.”
ທ່ານປະທານປະເທດເຊື່ອໝັ້ນວ່າ, ຊາວໜຸ່ມກອງທັບ, ຕຳຫຼວດປະຊາຊົນ ຈະສືບຕໍ່ສ້າງຜົນງານຫຼາຍຢ່າງ, ສ້າງຜົນງານອັນໃຫຍ່ຫຼວງກວ່າອີກໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.