ແຟງລັງສືບຕໍ່ສະໜັບສະໜູນວິສາຫະກິດຫວຽດນາມປະຕິບັດການປ່ຽນໃໝ່, ຢູ່ນະຄອນໂຮ່ຈີມິນ

ແຟງລັງສືບຕໍ່ສະໜັບສະໜູນວິສາຫະກິດຫວຽດນາມປະຕິບັດການປ່ຽນໃໝ່, ຢູ່ນະຄອນໂຮ່ຈີມິນ - ảnh 1

(ພາບ: ຫວູຊິງ/TTXVN)

(vovworld) - ວັນ​ທີ 28/11, ຢູ່​ນະຄອນ​ໂຮ່ຈີ​ມິນ, ຄະນະ​ຄຸ້ມ​ຄອງ​ໂຄງການ​ຄູ່​ຮ່ວມ​ມື​ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຫວຽດນາມ - ​ແຟງ​ລັງ (IPP) ​ແລະ ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການ​ແນະນຳ​ກ່ຽວ​ກັບ​ໄລຍະ 2 ຂອງ​ໂຄງການ IPP ​​ແລະ ​ແລກປ່ຽນ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ຕ່າ​ງໆ​ຢູ່​ນະຄອນ​ໂຮ່ຈີ​ມິນ. ຕາມ​ນັ້ນ​ແລ້ວ, ​ໄລຍະ 2 ຂອງ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ປີ 2014 – 2018, ດ້ວຍ​ຍອດ​ມູນ​ຄ່າ​ແມ່ນ 10 ລ້ານ​ເອີ​ໂຣ ຈາກ​ແຫຼ່ງທຶນ ODA ຂອງ​ລັດຖະບານ​ແຟງ​ລັງ. ຄາດໝາຍ​ຂອງ​ໄລຍະ​ນີ້ ​ແມ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ເຮັດ​ນະ​ໂຍບາຍ, ບັນດາ​ວິ​ສາ​ຫະກິດ​ໃນ​ການ​ປະຕິບັດ​ການ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ມຸ່ງ​ໄປ​ເຖິງການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ບືນ​ຕົວ​ອອກ​ສູ່​ຕະຫຼາດ​ສາກົນ.

ຂ່າວ/ບົດ​ອື່ນ