ແຟງລັງ ຕົກລົງເຂົ້າເປັນສະມາຊິກ NATO ຢ່າງເປັນທາງການ
(VOVWORLD) -ແຟງລັງ ໄດ້ປະກາດຢ່າງເປັນທາງການກ່ຽວກັບການຕົກລົງເຂົ້າເປັນສະມາຊິກ NATO, ລັດຖະບານປະເທດນີ້ໃຫ້ຮູ້ໃນວັນທີ 15 ພຶດສະພາ. ໃນກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນວັນທີ 15 ພຶດສະພາ, ທ່ານປະທານາທິບໍດີ ແຟງລັງ Sauli Niinistö ແລະ ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບ “ແຟງລັງຈະສົ່ງໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO”.
ທຸງອົງການ NATO (ພາບ: Getty Images) |
ບົດລາຍງານກ່ຽວກັບຂັ້ນຕອນເຂົ້າເປັນສະມາຊິກ NATO ຕາມແຜນການຂອງ ແຟງລັງ ຈະໄດ້ສົ່ງເຖິງສະພາແຫ່ງຊາດແຟງລັງ ເມື່ອເອກະສານນີ້ ໄດ້ຮັບການຮັບຮອງຢູ່ກອງປະຊຸມຄົບຄະນະຂອງລັດຖະບານ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ແຟງລັງ ໃຫ້ຂໍ້ສັງເກດວ່າ, ການເຂົ້າເປັນສະມາຊິກ NATO ເປັນທີ່ຈະແຈ້ງແລ້ວວ່າ “ຈະເພີ່ມທະວີ” ຄວາມໝັ້ນຄົງແຫ່ງຊາດຂອງ ແຟງລັງ. ຖ້າຫາກແຟງລັງເຂົ້າເປັນສະມາຊິກ NATO , ປະເທດນີ້ຈະຢຸດຕິນະໂຍບາຍເປັນກາງໃນຫຼາຍທົດສະວັດຜ່ານມາ. ແຟງລັງໃຫ້ຮູ້ວ່າ ການຕົກລົງນີ້ໄດ້ຍົກອອກມາເພື່ອແນໃສ່ສະແດງມີປະຕິກິລິຍາຕໍ່ບັ້ນການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກຼນ.