ພາບປະກອບ
|
(vovworld) – ໃນປີ 2016, ສະຫະພັນແມ່ຍິງແຂວງ ກວາງນາມ ສູ້ຊົນມີສະມາຊິກກ່ວາ 90% ເຂົ້າຮ່ວມຮູບການປະຢັດເພື່ອຊ່ວຍເຫຼືອກັນຫລຸດພົ້ນອອກຈາກຄວາມທຸກຍາກ. ພ້ອມກັນນັ້ນ, ແຕ່ລະສາຂາຂອງສະຫະພັນແມ່ຍິງຈະຮັບຊ່ວຍເຫຼືອຢ່າງໜ້ອຍສຸດ 2 ຄອບຄົວທຸກຍາກເພື່ອບື່ນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ. ປະຈຸບັນ, ສະຫະພັນແມ່ຍິງແຂວງ ກວາງນາມ ມີກ່ວາ 5.860 ໜ່ວຍປະກອບທຶນໝູນວຽນ, ສິນເຊື່ອປະຢັດ ດ້ວຍຍອດຈຳນວນເງິນປະມານ 55 ຕື້ດົ່ງ. ຜ່ານແຫຼ່ງທຶນນີ້, ແມ່ຍິງທຸກຍາກນັບແສນຄົນໄດ້ກູ້ຢືມທຶນດ້ວຍຄ່າດອກເບ້ຍຕຳ່ເພື່ອພັດທະນາເສດຖະກິດຄອບຄົວ. ຄຽງຄູ່ກັນນັ້ນ, ຫຼາຍຮູບແບບປະຕິບັດການປະຢັດໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດາສະມາຊິກໃນສະຫະພັນຄື: “ແຜນການນ້ອຍ, ວຽກງານໃຫຍ່ຫຼວງ”, “ໄຫເຂົ້າປະຢັດ”… ຈາກບັນດາຮູບແບບນີ້, ສະຫະພັນແມ່ຍິງແຂວງ ກວາງນາມ ຂົນຂວາຍການແຜ່ບໍລິຈາກເງິນໄດ້ກ່ວາ 20 ຕື້ດົ່ງ, ຜ່ານນັ້ນມອບງົວ 189 ໂຕ, ຄວາມເກືອບ 100 ໂຕ… ປື້ມປະຢັດຫຼາຍຫົວ ແລະ ປຸກສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ສະມາຊິກແມ່ຍິງທຸກຍາກ.