ແລກປ່ຽນທິດສະດີຄັ້ງທີ 5 ລະຫວ່າງພັກກອມມູນິດ ຫວຽດນາມ - ຍີ່ປຸ່ນ

ແລກປ່ຽນທິດສະດີຄັ້ງທີ 5 ລະຫວ່າງພັກກອມມູນິດ ຫວຽດນາມ - ຍີ່ປຸ່ນ - ảnh 1
(ການ​ແລກປ່ຽນ​ທິດ​ສະ​ດີ​ຄັ້ງ​ທີ 5 ລະຫວ່າງ 2 ພັກ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພັກ​ກອມ​ມູນິດ​ຍີ່ປຸ່ນ, ຄະນະ​ຜູ້​ແທນ​ພັກ​ກອມມູນິດ​ຫວຽດນາມ, ​ໂດຍ​ທ່ານ ດິງ​ເທ໋ຮີນ, ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ​ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ​ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ທິດ​ສະ​ດີ​ຄັ້ງ​ທີ 5 ລະຫວ່າງ 2 ພັກ ດ້ວຍ​ຫົວ​ຂໍ້​ວ່າ “ການ​ພັດທະນາ​ທິດ​ສະ​ດີ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ​ໃນ​ສະພາບ​ການ​ໃໝ່ - ບາງ​ບົດຮຽນ​ເບື້ອງ​ຕົ້ນ​ຂອງ​ພັກ​ກອມ​ມູນິດ​ຍີ່ປຸ່ນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ”. ຕອນ​ບ່າຍ​ວັນ​ທີ 16/12, ຢູ່​ໂຕ​ກຽວ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ຜູ້​ແທນພັກ​ກອມ​ມູນິດຍີ່ປຸ່ນ ​ໂດຍ​ທ່ານ Fuwa Tetsuzo, ອະດີດ​ປະທານ​ພັກ, ກຳມະການ​ປະຈຳ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຂອງ​ພັກ ດຳ​ເນີນວາລະ​ປະຊຸມ​ຄັ້ງ​ທຳ​ອິດ​​ໃນ​ຂອບ​ເຂດ​ການ​ແລກປ່ຽນ​ທິດ​ສະ​ດີ. ຢູ່​ທີ່​ນີ້, ທ່ານ ດິງ​ເທ໋ຮີນ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ, ຊິ່ງ​ເນັ້ນ​ໜັກ​ວ່າ ພັກ​ກອມ​ມູນິດຫວຽດນາມ ສືບ​ຕໍ່​ສ້າງທິ​ດສະ​ດີ​ກ່ຽວ​ກັບ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ ​ແທດ​ເໝາະ​ກັບ​ຈຸດ​ພິ​ເສດ​ຂອງ​ປະ​ເທດ​ຊາດ ​ແລະ ທ່າ​ອ່ຽງພັດທະນາ​ຂອງ​ໂລກ​ໃຫ້​ສົມບູນ​ແບບ. ທ່ານ​ດິງ​ເທ໋ຮີນ ກໍ່​ຊີ້​ແຈ້ງ​ບາງ​ມາດ​ຕະການ​ຕົວ​ຈິງ ​ແລະ ບົດຮຽນ​ໃນ​ເບື້ອງ​ຕົ້ນ​ຂອງ​ຫວຽດນາມ ​ໃນ​ກິດ​ຈະ​ການ​ປ່ຽນ​ໃໝ່​ສັງຄົມ​ນິຍົມ ພາຍ​ໃຕ້​ການ​ຊີ້​ນຳ ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ເກືອບ 30 ປີຜ່ານມາ. ການ​ແລກປ່ຽນ​ທິດ​ສະ​ດີ​ຄັ້ງ​ທີ 5 ລະຫວ່າງ 2 ພັກ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນທີ 18/12 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ