(vovworld) - ຕອນເຊົ້າວັນທີ 9/10 ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງຊຸດອົບຮົມແລກປ່ຽນບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນກັບພະນັກງານຄະນະກຳມະການສູນກາງແນວລາວ ສ້າງຊາດ. ນະທີ່ນີ້, ບັນດາພະນັກງານແນວລາວ ສ້າງຊາດ ໄດ້ຮັບຟັງແນະນຳບັນດາຫົວເລື່ອງສະເພາະທິດສະດີພື້ນຖານກ່ຽວກັບ: ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່; ນະໂຍບາຍຂອງພັກ ແລະ ລັດຫວຽດນາມ ທີ່ມີຕໍ່ວຽກງານຊົນເຜົ່າ, ສາສະໜາ; ວຽກງານຂົນຂວາຍປະຊາຄົມເຜົ່າສ່ວນໜ້ອຍ, ປະຊາຊົນເຊື່ອຖືສາສະໜາ; ກົດລະບຽບປະຊາທິປະໄຕຢູ່ຂັ້ນຮາກຖານ ແລະ ວຽກງານຂົນຂວາຍປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່; ວຽກງານຂົນຂວາຍໂຄສະນາສາກົນກ່ຽວກັບມູນເຊື້ອຄວາມສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ ແລະ ລາວ; ປ່ຽນໃໝ່ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ແລະ ບັນດາໝູ່ອົງການຈັດຕັ້ງມະຫາຊົນ. ຜ່ານການຝຶກອົບຮົມຈະຊ່ວຍໃຫ້ພະນັກງານແນວລາວ ສ້າງຊາດ ມີບົດຮຽນ ເຕື່ມອີກປະກອບສ່ວນປະຕິບັດວຽກງານຂົນຂວາຍປະຊາຊົນ, ມະຫາຊົນຢູ່ປະເທດລາວ ໃນສະພາບການໃໝ່ ໃຫ້ດີກວ່າອີກ.