ແຮງງານຍິງປະກອບສ່ວນເກືອບ 90 ຕື້ USD ໃຫ້ແກ່ APEC ໃນແຕ່ລະປີ

(VOVWORLD) -ໃນຂອບເຂດເວທີປາໄສແມ່ຍິງ ແລະ ເສດຖະກິດ APEC ປີ 2017, ມີເນື້ອໃນສຳຄັນຫຼາຍປະການໃນກອງປະຊຸມຄູ່ຮ່ວມມືນະໂຍບາຍແມ່ຍິງ ແລະ ເສດຖະກິດ APEC ຄັ້ງທີ 2 ສືບຕໍ່ໄດ້ນຳມາປຶກສາຫາລື
ແຮງງານຍິງປະກອບສ່ວນເກືອບ 90 ຕື້ USD ໃຫ້ແກ່ APEC ໃນແຕ່ລະປີ - ảnh 1ທ່ານນາງ ດ່າວຮົ່ງລານ ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ 

ວັນທີ 27 ກັນຍາ, ໃນຂອບເຂດເວທີປາໄສແມ່ຍິງ ແລະ ເສດຖະກິດ APEC ປີ 2017, ມີເນື້ອໃນສຳຄັນຫຼາຍປະການໃນກອງປະຊຸມຄູ່ຮ່ວມມືນະໂຍບາຍແມ່ຍິງ ແລະ ເສດຖະກິດ APEC ຄັ້ງທີ 2 ສືບຕໍ່ໄດ້ນຳມາປຶກສາຫາລືເພື່ອແນໃສ່ເປັນເອກະພາບທາງດ້ານເນື້ອໃນວຽກງານປະຈຳປີ, ສ້າງເອກະສານໃຫ້ສົມບູນແບບ, ຮ່າງຖະແຫຼງການລັດຖະມົນຕີປີ 2017 ເພື່ອຍື່ນສະເໜີຕໍ່ບັນດາລັດຖະມົນຕີທີ່ການສົນທະນາຂັ້ນສູງ. ທ່ານນາງ ດ່າວຮົ່ງລານ ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມໃຫ້ຮູ້ວ່າ : (ເທບ)

    “ ໃນເງື່ອນໄຂປະຈຸບັນ, ເສດຖະກິດພວມປ່ຽນແປງ, ອັນໄດ້ນຳມາເຊິ່ງຫຼາຍກາລະໂອກາດ, ພ້ອມກັນນັ້ນ ກໍມີສິ່ງທ້າທາຍຫຼາຍຢ່າງທີ່ມີຕໍ່ແມ່ຍິງ ແລະ ເຮັດແນວໃດເພື່ອໃຫ້ແມ່ຍິງເຂົ້າຮ່ວມເປັນຢ່າງດີກ່ວາ, ເລິກເຊິ່ງກວ່າ ແລະ ສາມາດເສີມຂະຫຍາຍຄວາມສາມາດຂອງຕົນ. ດ້ວຍຈຸປະສົງເຊັ່ນນັ້ນ, ຫົວຂໍ້ຂອງກອງປະຊຸມຄັ້ງນີ້ຈະມີບັນດາຂໍ້ສະເໜີກ່ຽວກັບບັນດາວິທິການແກ້ໄຂ, ບັນດາຂໍ້ລິເລີ່ມເພື່ອບັນລຸເປົ້າໝາຍລວມນີ້ ”.

ຕອບກັບ

ຂ່າວ/ບົດ​ອື່ນ