ໂຄງການດຳເນີນງານທີ່ກອງປະຊຸມສຸດຍອດ ອາຊຽນ 20

ໂຄງການດຳເນີນງານທີ່ກອງປະຊຸມສຸດຍອດ ອາຊຽນ 20 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: AFP)

(vovworld) - ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຂອງ​​ໂຄງການ​ດຳ​ເນີນ​ງານ​ທີ່​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20 ທີ່​ພວມ​ຈັດ​ຂຶ້ນ​ທີ່​ນະຄອນຫຼວງ​ພະນົມ​ເປັນ, ປະ​ເທ​ດກຳ​ປູ​​ເຈຍ, ​ໃນ​ວັນ​ທີ 3 ​ແລະ 4/4. ທ່ານ Ho Nam Hong, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈ​ຍ ​ໃຫ້​ຮູ້​ວ່າ: ບັນດາ​ປະ​ເທດ​ອາ​ຊຽນ ທັງ​ໝົດ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ ​ແກ້​ໄຂ​ບັນຫາ​ພິພາດ​ກັນ​ຢູ່​​ເຂດທະ​ເລ​ຕາ​ເວັນ​ອອກ​ຕາມ​ບັນດາ​ຫຼັກການ​ພື້ນຖານ. ທີ່​ໜຶ່ງ​ແມ່ນ, ການ​ພິພາດ​ກັນ​ຕ້ອງ​ແກ້​ໄຂ​ບົນ​ຈິດ​ໃຈ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທີ່ 2 ​ແມ່ນ, ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ຊຽນ ​ແລະ ຈີນ.

        ກ່ອນ​ໜ້າ​ນັ້ນ, ຕາມ​ພາຫະນະ​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ, ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ຈະ​ບໍ່​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຫາ​ນີ້​ໄດ້​ນຳ​​ເຂົ້າ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ການ​ນຳ​ອາຊຽນ ຈະ​ປຶ​ກສາ​ຫາລື ​ແລະ ຮັບຮອງ​ເອົາ​ບັນດາ​ເອກະສານ​ຄື: ຖະ​ແຫຼ​ງການ​ພະນົມ​ເປັນ “ອາ​ຊຽນ: ປະຊາ​ຄົມ​ໜຶ່ງດຽວ, ຊາຕາກຳໜຶ່ງ​ດຽວ”, ຖະ​ແຫຼ​ງການ​ຮ່ວມ​ປອດ​ຢາ​ເສບ​ຕິດ​ໃນ​ປີ 2015, ຖະ​ແຫຼ​ງການ​ປະທານ​ອາ​ຊຽນ ກ່ຽວ​ກັບ​ການສະ​ເຫຼີ​ມສະຫຼອງ 45 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ ໝາກ​ຜົນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 20.

 

ຂ່າວ/ບົດ​ອື່ນ