ໂຄສະນາປະເທດຊາດ ແລະ ຊາວຫວຽດນາມ ຢູ່ ອາກຊັງຕິນ

ໂຄສະນາປະເທດຊາດ ແລະ ຊາວຫວຽດນາມ ຢູ່ ອາກຊັງຕິນ - ảnh 1
ພິທີໄຂງານ​ວາງສະ​ແດງ
(ພາບ: vietnamplus.vn)


(vovworld) - ​​ ວັນ​ທີ 17 ຕຸລາ, ສະ​ຖາ​ບັນ​ວັດທະນະທຳ​ຫວຽດນາມ ອາກຊັງ​ຕິນ - ຫວຽດນາມ (ICAV) ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເມືອງ 13 ນະຄອນຫຼວງ Buenos Aires ​ແລະ ສະຖານທູດ​ຫວຽດນາມ ຈັດ​ຕັ້ງ​ງານ​ວາງສະ​ແດງ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສ້າ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (25 ຕຸລາ 1973 – 25 ຕຸລາ 2013). ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອາກຊັງ​ຕິນ ຫງວຽນ​ວັນ​ດ່າວ, ທ່ານປະທານ ICAV Poldi Sosa ​ແລະ ​ເຈົ້າເມືອງ 13 ທ່ານ Gustavo Acevdo ລ້ວນ​ແຕ່​ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ຢູ່​ໃນ​ໄລຍະ​ອັນ​ດີງາມ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ປະຊາຊົນ 2 ປະ​ເທດ ມີ​ໂອກາດ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ, ປະກອບສ່ວນ​ຊຸກຍຸ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ. ງານ​ວາງສະ​ແດງ, ​ໄດ້​ວາງສະ​ແດງ​ຮູບ​ຖ່າຍ​ເກືອບ 30 ​ແຜນ ທີ່​ໂຄສະນາ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ທີ່​ສວຍ​ງາມ, ຮັກ​ແພງ​ແຂກ. ງານ​ວາງສະ​ແດງ​ຍັງ​ວາງສະ​ແດງ​ຊຸດອາພອນ​ປະຈຳ​ເຜົ່າ ​ແລະ ບັນດາ​ຮູບ​ແຕ້ມ​ພື້ນ​ເມືອງ​ຂອງ​ຫວຽດນາມ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ