ໂຄສະນາວັດທະນະທຳແລະອາຫານການກິນຫວຽດນາມຢູ່ໄທ
(VOVWORLD) -ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ນະຄອນຫຼວງບາງກອກ, ປະເທດໄທ, ສະຖານທູດຫວຽດນາມ ປະຈຳໄທ ໄດ້ຈັດສັບປະດາໂຄສະນາວັດທະນະທຳ ແລະ ອາຫານການກິນຂອງຫວຽດນາມ ຢູ່ໄທ ໃນລະຫວ່າງວັນທີ 16 – 22 ກໍລະກົດ.
ໂຄສະນາວັດທະນະທຳແລະອາຫານການກິນຫວຽດນາມຢູ່ໄທ
(ພາບ: TTXVN)
|
ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນຫາຍບັງ ໄດ້ເນັ້ນໜັກວ່າ, ອາຫານການກິນແມ່ນຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳຫວຽດນາມ ແລະ ຫວັງວ່າ ສັບປະດາໂຄສະນາວັດທະນະທຳ ແລະ ອາຫານການກິນຂອງຫວຽດນາມ ຢູ່ນະຄອນຫຼວງບາງກອກ ຈະຊ່ວຍເປີດກວ້າງຄວາມຮູ້ຄວາມເຂົ້າໃຈຂອງເພື່ອນມິດໄທ ແລະ ສາກົນກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຫວຽດນາມ.
ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຫວຽດນາມ ໂດຍພໍ່ຄົວ ບຸຍວັນດາມ ມາຈາກນະຄອນໂຮ່ຈິມິນ ແຕ່ງໂດຍກົງຕໍ່ໜ້າແຂກທີ່ມາຢ້ຽມຊົມ. ນອກນັ້ນ, ຍັງມີການສະແດງຟ້ອນລຳທຳເພງທີ່ດຶງດູດຜູ້ຊົມ ຂອງກຸ່ມນັກສິລະປິນ ຮົ່ນຫວຽດ ທີ່ມາຈາກສະຖາບັນດົນຕີແຫ່ງຊາດຫວຽດນາມ ອີກດ້ວຍ.