ໂຄສະນາແລະສົ່ງເສີມການທ່ອງທ່ຽວຫວຽດນາມຢູ່ນອກແວ

ໂຄສະນາແລະສົ່ງເສີມການທ່ອງທ່ຽວຫວຽດນາມຢູ່ນອກແວ - ảnh 1
ພາບ​ປະ​ກອບ:vietnamtourism

(vovworld)- ວັນ​ທີ 18/1, ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ນອກ​ແວ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ ເພື່ອ​ໂຄ​ສະ​ນາ ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ງານ​ຕະ​ຫລາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ທີ່​ມີ​ຫົວ​ຂໍ້​ວ່າ: Reiselivmessen Oslo 2016. ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ “ຫວຽດ​ນາມ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ” ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ ແລະ ດຶງ​ດູດ​ແຂກ​ເຂົ້າ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ນອກ​ຈາກ​ການ​ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ, ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ຫວຽດ​ນາມ ຍັງ​ແນະ​ນຳ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ຂອງ​ຫວຽດ​ນາມ​ຈຳ​ນວນ​ຫນຶ່ງ. ງານ​ຕະ​ຫລາດ​ນັດ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 15-17/1 ຢູ່ ນອກ​ແວ ແມ່ນ​ງານ​ຕະ​ຫລາດ​ນັດ​ສາ​ກົນ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ແລະ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເຫດ​ການ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ສຳ​ຄັນ ຢ​ູ່ ເອີ​ລົບ​ເຫນືອ.

ຂ່າວ/ບົດ​ອື່ນ