ໂປໂລຍພ້ອມແລ້ວທີ່ຈະແບ່ງປັນບົດຮຽນດ້ານປ້ອງກັນຊາດໃຫ້ແກ່ຫວຽດນາມ
ໂປໂລຍ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ
ດ້ານປ້ອງກັນຊາດໃຫ້ແກ່ຫວຽດນາມ
(ພາບ: chinhphu.vn)
(vovworld) – ວັນທີ 06/08, ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສ.ໂປໂລຍ ໂດຍທ່ານລັດຖະມົນຕີ Tomasz Siemoniak ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ, ທ່ານພົນເອກຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫວັງວ່າ ພາຍຫຼັງການຢ້ຽມຢາມ, ການຮ່ວມມືດ້ານປ້ອງກັນຊາດ 2 ປະເທດລະຫວ່າງຫວຽດນາມ ແລະ ໂປໂລຍ ຈະມີບັນດາບາດກ້າວພັດທະນາອັນດີງາມ. ທ່ານລັດຖະມົນຕີ Tomasz Siemoniak ຢືນຢັນວ່າ ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ, ພິເສດແມ່ນໃນຂົງເຂດປ້ອງກັນປະຊາດໃນໄລຍະຜ່ານມາໄດ້ມີການພັດທະນາຢ່າງແຮງ. ທ່ານຫວັງວ່າ 2 ຝ່າຍຈະສືບຕໍ່ຮ່ວມມືເປັນຢ່າງດີ ແລະ ເປັນເອກະພາບກັນບັນດາວຽກງານທີ່ຈະຕ້ອງເຮັດໃນໄລຍະຈະມາເຖິງ. ລັດຖະມົນຕີ 2 ທ່ານ ໄດ້ເປັນເອກະພາບສ້າງແຜນການຮ່ວມມືໃນບັນດາຂົງເຂດໂດຍໄວຄື ຈັດຕັ້ງການເຈລະຈາຍຸດທະສາດປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ສຳລຸງສ້າງຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ. ທ່ານລັດຖະມົນຕີ Tomasz Siemoniak ໃຫ້ຮູ້ວ່າ, ໂປໂລຍ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃຫ້ກອງທັບປະຊາຊົນຫວຽດນາມ ໃນວິວັດການເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຢ່າງວັດທະນາຖາວອນໃນພາກພື້ນ ແລະ ຢູ່ໃນໂລກ.