ໂປໂລຍ: ຝ່າຍຄ້ານມີກາລະໂອກາດສ້າງຕັ້ງລັດຖະບານ

(VOVWORLD) - ຕາມຜົນຂອງການຢັ່ງຫາງສຽງໂດຍ Ipsos ດຳເນີນໃຫ້ແກ່ສະຖານີໂທລະພາບ TVN24, ສຳພັນທະມິດພົນລະເຮືອນ (KO) ຝ່າຍຄ້ານ,  ພັກ TC ແລະ ພັກ NL ມີຄວາມສາມາດຍາດໄດ້ລວມທັງໝົດ 248/460 ທີ່ນັ່ງຂອງສະພາຕ່ຳ.

ບັນດາສະຖານທີ່ປ່ອນບັດຢູ່ ໂປໂລຍ ໄດ້ປິດປະຕູໃນເວລາ 12 ໂມງ ວັນທີ 15 ຕຸລາ, (ຕາມເວລາທ້ອງຖິ່ນ). ຜົນຂອງການຢັ່ງຫາງສຽງພາຍຫຼັງການປ່ອນບັດໄດ້ສະແດງໃຫ້ເຫັນວ່າ ພັກກົດໝາຍ ແລະ ຍຸຕິທຳ (PiS) ກຳອຳນາດອາດຈະໄດ້ຮັບໄຊຊະນະ ແຕ່ບໍ່ມີປັດໄຈພຽງພໍເພື່ອສ້າງຕັ້ງລັດຖະບານໃໝ່, ເຊິ່ງຕ້ອງຊອກຫາຝ່າຍສຳພັນທະມິດ.

        ຕາມຜົນຂອງການຢັ່ງຫາງສຽງໂດຍ Ipsos ດຳເນີນໃຫ້ແກ່ສະຖານີໂທລະພາບ TVN24, ສຳພັນທະມິດພົນລະເຮືອນ (KO) ຝ່າຍຄ້ານ,  ພັກ TC ແລະ ພັກ NL ມີຄວາມສາມາດຍາດໄດ້ລວມທັງໝົດ 248/460 ທີ່ນັ່ງຂອງສະພາຕ່ຳ. ໃນຂະນະນັ້ນ, ພັກ PiS ຍາດໄດ້ພຽງປະມານ 200 ທີ່ນັ່ງເທົ່ານັ້ນ. ເພື່ອສ້າງຕັ້ງລັດຖະບານ, ພັກໜຶ່ງ ຫຼື ສຳພັນທະມິດໜຶ່ງຕ້ອງຍາດໄດ້ຈຳນວນທີ່ນັ່ງສ່ວນຫຼາຍ, ຢ່າງໜ້ອຍສຸດແມ່ນ 231/460 ທີ່ນັ່ງໃນສະພາຕ່ຳ. ໝາກຜົນທາງການຂອງການເລືອກຕັ້ງນີ້ຈະໄດ້ປະກາດໃນວັນທີ 17 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ