ໂລກ​ຄວນ​ຖອ​ດຖອນ​ບົນ​ຮຽນ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ໄທ

ໂລກ​ຄວນ​ຖອ​ດຖອນ​ບົນ​ຮຽນ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ໄທ - ảnh 1
(ພາບ: news.go.vn)

ວັນ​ທີ 16 ພະຈິກ, ທ່ານ Ban Ki Mun ​ເລຂາທິການ​ໃຫຍ່ ສປຊ ຖື​ວ່າ: ​ໂລກ​ຄວນ​ຖອ​ດຖອນ​ບົນ​ຮຽນ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ໄທ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ການ​ນຳ​ໂລກ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ໂດຍ​ໄວ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ ກັບ​ທ່ານ​ນາງ ຍິ່ງ​ຣັກ ຊີ​ນະ​ວັດ ນາຍົກລັດຖະມົນຕີ​ໄທ ຢູ່​ບາງກອກ​ປະ​ເທດ​ໄທ, ທ່ານ​ເລຂາ​ທິການ​ໃຫຍ່ ສປຊ Ban Ki Mun ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ບັນດາ​ປະ​ເທດ​ສະມາຊິກ ຄວນ​ສະຫງວນ​ຈຳນວນ​ເງິນ 30 ຕື້​ໂດ​ລາ​ສະຫະລັດ ​ແຕ່​ນີ້​ຮອດ​ທ້າຍ​ປີ 2012 ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ພວມ​ພັດທະນາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຕາມ​ຄຳ​ໝັ້ນ​ສັນຍາ​ຊຶ່ງ​ບັນດາ​ການ​ນຳ​ໂລກ ​ໄດ້​ລົງ​ມານ​ຢູ່ Copenhagen ປະ​ເທດ​ແດນ​ມາກ​ເມື່ອ​ປີ 2009.

ຂ່າວ/ບົດ​ອື່ນ