ໂລກຕ້ອງເສຍເວລາຢ່າງໜ້ອຍສຸດ6ເດືອນເພື່ອຄວບຄຸມໂລກພະຍາດEbola
ກໍລະນີເສຍຊີວິດຍ້ອນໄວຣັດ Ebola
(ພາບ: AP)
(vovworld) – ໂລກຕ້ອງເສຍເວລາຢ່າງໜ້ອຍສຸດ 6 ເດືອນເພື່ອຄວບຄຸມໂລກພະຍາດ Ebola - ນີ້ແມ່ນການຄາດຄະເນໂດຍທ່ານນາງ Joan Lew, ປະທານອົງການບໍ່ຂຶ້ນກັບລັດຖະບານທ່ານໝໍບໍ່ມີພົມແດນ ຍົກອອກມາໃນວັນທີ 15/8, ຢູ່ເຊີແນວ, ປະເທດສະວິດ. ຕາມທ່ານນາງ Lew ແລ້ວ, ປະຊາຊົນໂລກຕ້ອງເອົາໃຈໃສ່ຕົ້ນຕໍ່ເຖິງ Liberia, ບ່ອນທີ່ໃນເວລາພຽງ 2 ວັນ ແມ່ນວັນທີ 10 ແລະ 11/8, ມີ 71 ກໍລະນີຕິດແປດພະຍາດ, 32 ຄົນຖືກຕິດພະຍາດກ່ອນນັ້ນໄດ້ເສຍຊີວິດແລ້ວ. ທ່ານນາງໃຫ້ຮູ້ວ່າ: ບັນດານັກຊ່ຽວຊານມີຄວາມວິຕົກວັງວົນພິເສດຕໍ່ສະພາບໄວຣັດ ໄດ້ແຊກຊຶມເຂົ້າບັນດານະຄອນໃຫຍ່ຂອງ Liberia. ທ່ານນາງ Lew ຮຽກຮ້ອງໃຫ້ປະຊາຄົມສາກົນຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ ພາຍໃຕ້ການໜູນຊ່ວຍຂອງອົງການອະນາໄມໂລກ (WHO). ທຸກໆລັດຖະບານຕ້ອງມານະພະຍາຍາມໃນທັນທີ ເພື່ອສະກັດກັ້ນໂລກພະຍາດນີ້.