ມີປະຊາຊົນນັບລ້ານໆຄົນໄດ້ມີຫນ້າຢູ່ບັນດາສູນກາງການເມືອງ, ວັດທະນະທຳ, ເຂດປູຊະນິຍະສະຖານປະຫວັດສາດ, ສາສະຫນາ ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ໃນໂລກ ເພື່ອເຫັນປະຈັກຕາຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່. ຢູ່ບັນດານະຄອນໃຫຍ່ຢູ່ ອາຊີ, ປະຊາຊົນກໍມີຄວາມເບີກບານມ່ວນຊື່ນຕ້ອນຮັບປີໃຫມ່ດ້ວຍບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ. ຢູ່ຫວຽດນາມ ບັນຍາກາດຕ້ອນຮັບປີໃຫມ່ສາກົນກໍດຳເນີນໄປໃນທົ່ວປະເທດ. ຢູ່ເຂດຫ່າງໄກຂອງປະເທດຊາ, ຕອນຄຳ່ວັນດຽວກັນ, ການພົບປະແລກປ່ຽນຕ້ອນຮັບປີໃຫມ່ 2012 ຂອງຄະນະປະຕິບັດງານ, ບັນດານັກຂ່າວ ພ້ອມກັບທະຫານ ແລະ ປະຊາຊົນ ຢູ່ ເກາະ ຊີງຕົນ - ໝູ່ເກາະເຈື່ອງຊາ ໄດ້ດຳເນີນໄປໃນບັນຍາກາດເບີກບານມ່ວນຊື່ນ. ທີ່ການພົບປະແລກປ່ຽນ, ນັກຮົບຫນຸ່ມ ຫງວຽນມີນຈີ ໄດ້ແບ່ງປັນວ່າ:
“ມື້ນີ້ ຂ້າພະເຈົ້າໄດ້ພ້ອມກັບທະຫານ ແລະ ປະຊາຊົນຢູ່ເກາະ ຊີງຕົນ ກໍຄືບັນດາອາວ, ອ້າຍ ເອື້ອຍໃນຄະນະປະຕິບັດງານຈັດຕັ້ງພິທີຕ້ອນຮັບປີໃຫມ່ສາກົນຢ່າງເບີກບານມ່ວນຊື່ນ, ຂ້າພະເຈົ້າກໍຄືບັນດານັກຮົບມີຄວາມປິຕິຊົມຊື່ນຫລາຍ ບໍ່ຮູ້ສຶກຄິດຮອດຄອບຄົວອີກ“
ຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນ, ຕອນຄຳ່ວັນທີ 31/12 ບັນຍາກາດຕ້ອນຮັບປີໃຫມ່ໄດ້ດຳເນີນໄປຢ່າງຟົດຟື້ນ. ຢູ່ ຮ່າໂນ້ຍ ປະຊາຊົນນັບແສນຄົນໄດ້ເຕົ້າໂຮມກັນຢູ່ຕໍ່ຫນ້າໂຮງລະຄອນໃຫຍ່ຮ່າໂນ້ຍ ເພື່ອພ້ອມກັນຕ້ອນຮັບປີໃຫມ່ສາກົນ,ອວຍພອນນຳກັນສິ່ງທີ່ຈົບງາມ ແລະ ມີອະນາຄົດສົດໃສກວ່າໃນປີ 2012. ສ່ວນຢູ່ນະຄອນ ໂຮ່ຈິມີນ, ງານບຸນຕ້ອນຮັບປີໃຫມ່ສາກົນ 2012 ໄດ້ດຶງດູດປະຊາຊົນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ນັກທ່ອງທ່ຽວສາກົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ນີ້ເປັນຄັ້ງທີ 3 ນະຄອນ ໂຮ່ຈິມີນຈັດຕັ້ງການເຄື່ອນໄຫວນີ້ຢ່າງລ່ຽນຕິດ ແລະ ໄດ້ເປີດກວ້າງຂອບຂະຫນາດຜ່ານແຕ່ລະປີ.