ໂລກລະບາດໂຄວິດ - 19 ຍູ້ຖອຍຄວາມມານະພະຍາຍາມລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ ອາຊີ ໄປຕື່ມອີກ 2 ປີ
(VOVWORLD) -ຕາມບົດລາຍງານບັນດາດັດຊະນີຫຼັກ ອາຊີ - ປາຊີຟິກ ປີ 2022, ຂອງທະນາຄານພັດທະນາ ອາຊີ (ADB), ປະກາດໃນວັນທີ 24 ສິງຫາ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ທ່າອ່ຽງຫຼຸດຜ່ອນຄວາມທຸກຍາກຢູ່ ອາຊີ - ປາຊີຟິກ ທີ່ແກ່ຍາວ, ສ່ວນຫຼາຍແມ່ນຍ້ອນອັດຕາວ່າງງານສູງ ແລະ ເລື່ອງຈຳກັດການເຂົ້າເຖິງລະບອບຊ່ວຍເຫຼືອສັງຄົມ.
(ພາບປະກອບ: THX/TTXVN) |
ໂລກລະບາດໂຄວິດ - 19 ໄດ້ຍູ້ຖອຍຄວາມພະຍາຍາມຕ້ານໄພອຶດຫິວ ແລະ ທຸກຍາກຢູ່ ອາຊີ ແລະ ປາຊີຟິກ ຢ່າງໜ້ອຍສຸດ 2 ປີ ແລະ ມີຫຼາຍບ່ອນຢູ່ພາກພື້ນນີ້ ຈະປະສົບກັບຄວາມຫຍຸ້ງຍາກກວ່າເກົ່າ ເພື່ອຫຼຸດພົ້ນອອກຈາກສະພາບອຶດຫິວທຸກຍາກ. ຕາມບົດລາຍງານບັນດາດັດຊະນີຫຼັກ ອາຊີ - ປາຊີຟິກ ປີ 2022, ຂອງທະນາຄານພັດທະນາ ອາຊີ (ADB), ປະກາດໃນວັນທີ 24 ສິງຫາ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ທ່າອ່ຽງຫຼຸດຜ່ອນຄວາມທຸກຍາກຢູ່ ອາຊີ - ປາຊີຟິກ ທີ່ແກ່ຍາວ, ສ່ວນຫຼາຍແມ່ນຍ້ອນອັດຕາວ່າງງານສູງ ແລະ ເລື່ອງຈຳກັດການເຂົ້າເຖິງລະບອບຊ່ວຍເຫຼືອສັງຄົມ. ຕາມບົດລາຍງານແລ້ວ, ຮອດປີ 2030, ອັດຕາຜູ້ທຸກຍາກທີ່ສຸດຢູ່ ອາຊີ - ປາຊີຟິກ ຄາດວ່າຈະຫຼຸດລົງຕ່ຳກວ່າ 1%. ກໍໃນໄລຍະເວລານີ້, ຄາດວ່າມີປະມານ 25% ປະຊາກອນຢູ່ພາກພື້ນນີ້ໄດ້ຮັບຖືວ່າ ຄົນຊັ້ນກາງ. ເຖິງຢ່າງໃດກໍຕາມ, ບົດລາຍງານກໍຊີ້ໃຫ້ຮູ້ວ່າ ແງ່ຫວັງນີ້ພວມຖືກນາບຂູ່ຍ້ອນຄວາມແຕກຕ່າງກ່ຽວກັບການປ່ຽນແປງຂອງສັງຄົມ ແລະ ບັນດາປັດໄຈຂາດສະຖຽນລະພາບອື່ນ, ເປັນຕົ້ນແມ່ນຄວາມສາມາດຊຸດໂຊມ, ໄພເງິນເຟີ້, ການປະທະກັນທີ່ດຳເນີນກ່ຽວຂ້ອງເຖິງບັນດາປັດໄຈກະທົບໃນທົ່ວໂລກ…