(VOVWORLD) - ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດ, ບໍ່ປະໃຫ້ໂລກລະບາດທັບຊ້ອນໂລກລະບາດຢ່າງເດັດຂາດ, ກະຊວງສາທາລະນະສຸກ, ສະເໜີໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງປະຕິບັດຄຳຊີ້ນຳສະບັບຕ່າງໆຂອງລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບຄວາມເປັນເຈົ້າການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ.
ປະຊາຊົນ ນະຄອນ ໂຮ່ຈີມິນ ເຂົ້າຮ່ວມການສັກວັກຊິນເຂັມທີ 4 (ພາບ: VOV) |
ວັນທີ 10 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົ່ງໜັງສືດ່ວນວ່າດ້ວຍການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດ ເຖິງປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ. ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດເອີຣົບ ທີ່ກ່ຽວຂ້ອງເຖິງໄວຣັດກາຍພັນ BA.4, BA.5 ຂອງ ເຊື້ອໄວຣັດ Omircon. ຢູ່ ຫວຽດນາມ, ໂດຍພື້ນຖານແລ້ວ, ໂລກລະບາດໂຄວິດ - 19 ຍັງໄດ້ຮັບການຄວບຄຸມໃນທົ່ວປະເທດ, ແຕ່ກໍຢັ້ງຢືນມີກໍລະນີຕິດເຊື້ອໄວຣັດກາຍພັນດັ່ງກ່າວໃນຊຸມຊົນ.
ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດ, ບໍ່ປະໃຫ້ໂລກລະບາດທັບຊ້ອນໂລກລະບາດຢ່າງເດັດຂາດ, ກະຊວງສາທາລະນະສຸກ, ສະເໜີໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງປະຕິບັດຄຳຊີ້ນຳສະບັບຕ່າງໆຂອງລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບຄວາມເປັນເຈົ້າການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ໃຫ້ຜັນຂະຫຍາຍປະຕິບັດມາດຕະການຍູ້ແຮງການສັກວັກຊິນກັນພະຍາດໂຄວິດ - 19 ຢ່າງຂ້ຽວຂາດ; ສືບຕໍ່ຂົນຂວາຍປະຊາຊົນເຂົ້າຮ່ວມການສັກວັກຊິນເຂັມ 3, ເຂັມ 4 ຢ່າງຄົບຖ້ວນ, ຖືກຕາມກຳນົດເວລາຕາມການແນະນຳຂອງກະຊວງສາທາລະນະສຸກ.