ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ມີ​ການ​ຜັນ​ແປ​ສັບ​ສົນຫຼາຍ​ຢ່່າງ​

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 21 ໂມງ  30 ນາທີຂອງວັນທີ 13 ພຶດສະພາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 4.374.914 ຄົນ, ໃນນັ້ນ ມີ 294.414 ຄົນ ເສຍຊີວິດ. ຈຳນວນຄົນເຈັບຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໄດ້ເພີ່ມຂຶ້ນເຖິງ 1.622.069 ກໍລະນີ.
ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ມີ​ການ​ຜັນ​ແປ​ສັບ​ສົນຫຼາຍ​ຢ່່າງ​ - ảnh 1ປະຊາຊົນໃສ່ຜ້າອັດປາກ -ດັງເພື່ອປ້ອງກັນ, ຕ້ານການຕິດເຊື້ອ Covid – 19 ບົນຖະໜົນຢູ່ຮົງກົງ, ຈີນ ໃນວັນທີ 1 ພຶດສະພາ 2020 (ພາບ: AFP/TTXVN)

ໃນວັນທີ 13 ພຶດສະພາ, ຢູ່ເຂດປົກຄອງພິເສດ ຮົ່ງກົງ (ຈີນ) ໄດ້ແຈ້ງໃຫ້ຊາບກ່ຽວກັບ 2 ກໍລະນີທຳອິດທີ່ຕິດເຊື້ອໃນວົງຄະນະຍາດ ພາຍຫຼັງ 3 ອາທິດທີ່ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ຕື່ມອີກ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທັງສອງກໍລະນີດັ່ງກ່າວ ລ້ວນແຕ່ບໍ່ກ່ຽວຂ້ອງເຖິງບຸກຄົນທີ່ກັບມາຈາກຕ່າງປະເທດ. ປັດຈຸບັນ, ອຳນາດການປົກຄອງ ພວມມານະພະຍາຍາມສືບຫາແຫຼ່ງຕິດແປດຂອງ 2 ກໍລະນີດັ່ງກ່າວ.

ໃນວັນດຽວກັນ, ສ.ເກົາຫຼີ ສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 26 ຄົນ ໃນສະພາບການທີ່ວົງການເຈົ້າໜ້າທີ່ຂອງປະເທດນີ້ ໄດ້ມານະພະຍາຍາມກຳຈັດແຫຼ່ງບ່ອນແຜ່ເຊື້ອ ທີ່ຫາກໍພົບເຫັນ ເຊິ່ງກ່ຽວຂ້ອງເຖິງບັນດາຮ້ານ bar ແລະ ສະໂມສອນຢູ່ ເຊີອູນ. ນີ້ກໍແມ່ນມື້ທີສອງຢ່າງລຽນຕິດ ທີ່ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍກວ່າຈຳນວນຜູ້ເຈັບຕິດເຊື້ອທີ່ໄດ້ປິ່ນປົວຫາຍດີ ແລະ ຍັງຄົງຢູ່ໃນລະດັບສອງຕົວເລກ, ເຊິ່ງໄດ້ກໍ່ຄວາມວິຕົກກັງວົນຕື່ມອີກຕໍ່ການເກີດກະແສແຜ່ລະບາດຄັ້ງທີ 2 ຢູ່ ປະເທດນີ້. ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກ ສືບຕໍ່ເພີ່ມຂຶ້ນຢ່າງວ່ອງໄວຢູ່ຫຼາຍປະເທດ ຢູ່ທະວີບ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ