ໂລກ​ລະ​ບາດ​ໂຄວິດ-19: ຫວຽດນາມກັບໂລກ

(VOVWORLD) -ທ່ານ ຫວູເວືອງຫວຽດ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ໄດ້ມອບໃຫ້ສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ເຄື່ອງອຸປະກອນການແພດ ແລະ ເງິນສົດຈຳນວນໜຶ່ງ

ໂລກ​ລະ​ບາດ​ໂຄວິດ-19: ຫວຽດນາມກັບໂລກ - ảnh 1 ມອບເຄື່ອງອຸປະກອນການແພດ ແລະ ເງິນສົດຈຳນວນໜຶ່ງຜ່ານສະຖານທູດກຳປູເຈຍ ປະຈຳຫວຽດນາມ

(ພາບ: baoquocte.vn)

* ຕອນເຊົ້າວັນທີ 17 ເມສາ, ຢູ່ສຳນັກງານສະຖານທູດແຫ່ງລາຊະອານາຈັກກຳປູເຈຍ ປະຈຳຮ່າໂນ້ຍ, ໂດຍຕາງໜ້າໃຫ້ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ທ່ານ ຫວູເວືອງຫວຽດ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ໄດ້ມອບໃຫ້ສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ເຄື່ອງອຸປະກອນການແພດ ແລະ ເງິນສົດຈຳນວນໜຶ່ງຜ່ານສະຖານທູດກຳປູເຈຍ ປະຈຳຫວຽດນາມ, ເພື່ອແນໃສ່ປະກອບສ່ວນໜູນຊ່ວຍປະຊາຊົນກຳປູເຈຍ ຕ້ານໂລກລະບາດໂຄວິດ - 19.

* ໃນ fanpage ຂອງສະຖານທູດອາເມລິກາ ປະຈຳຫວຽດນາມ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel J.Kritenbrink ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມອບຜ້າອັດປາກກັນພະຍາດ 250.000 ອັນເພື່ອໜູນຊ່ວຍອາເມລິກາ ໃນການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ