ໂລ​ກ​ລ​ະ​ບາດ ອັກ​ເສັບ​ປອດ Covid – 19 ໄດ້​​ເກ​ີດຂຶ້ນ ແລະ ແຜ່​ລະ​ບາດ​ຢູ່ 71 ປະ​ເທດ ແລະ ເຂດ​ແຄ້​ວນ

(VOVWORLD) - ໃນສະພາບທີ່ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂລກລະບາດ ອັກເສບປອດ Covid – 19 ຍັງຄົງເພີ່ມຂຶ້ນໃນທົ່ວໂລກ, ວັນທີ 2 ມີນາ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດທັງໝົດກະກຽມບັນດາອຸປະກອນການແພດໜູນຊ່ວຍລະບົບຫາຍໃຈ ເພື່ອປິ່ນປົວໃຫ້ແກ່ບັນດາຄົນເຈັບທີ່ຕິດເຊື້ອ Covid – 19 ທີ່ຢູ່ໃນອາການອັນຕະລາຍສຸດ. WHO ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັບຮູ້ໂດຍໄວ, ຄຽງຄູ່ກັນນັ້ນແມ່ນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ ແລະ ຄວບຄຸມການແຜ່ລະບາດຂອງ ໂລກພະຍາດ.
ໂລ​ກ​ລ​ະ​ບາດ ອັກ​ເສັບ​ປອດ Covid – 19 ໄດ້​​ເກ​ີດຂຶ້ນ ແລະ ແຜ່​ລະ​ບາດ​ຢູ່ 71 ປະ​ເທດ ແລະ ເຂດ​ແຄ້​ວນ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກຫວຽດນາມ)

ໃນຂະນະນັ້ນ, ສະພາບການໂລກລະບາດ ຢູ່ ສ.ເກົາຫຼີ ຍັງຄົງຜັນແປຢ່າງສັບສົນ. ສູນຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນໂລກພະຍາດ ສ.ເກົາຫຼີ (KCDC) ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍວັນທີ 2 ມີນາ, ສ.ເກົາຫຼີ ໄດ້ຮັບຮູ້ວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 4.335 ຄົນ, ໃນນັ້ນມີ26 ຄົນຜູ້ເສຍຊີວິດ.

        ປັດຈຸບັນ, ຍິ່ປຸ່ນ ໄດ້ຮັບຮູ້ວ່າ ມີ ຜູ້ຕິດເຊື້ອ Covid - 19 ກ່ວາ 979 ຄົນ, ໃນນັ້ນ ມີ 700 ຄົນແມ່ນມາຈາກກ່ຳປັ່ນທ່ອງທ່ຽວ Diamond Princess  ເຊິ່ງໄດ້ແຍກຕົວຢູ່ຕ່າງຫາກໃກ້ກັບ ໂຕກຽວ.

        ທີ່ອີຣານ, ຈຳນວນຜູ້ຕິດໄວຣັດ SARS – CoV – 2 ຢູ່ປະເທດນີ້ ມາຮອດປັດຈຸບັນໄດ້ເພີ່ມຂຶ້ນກ່ວາ 1.500 ຄົນ ໃນນັ້ນມີຜູ້ເສຍຊີວິດ 66 ຄົນ.

        ໄລ່ຮອດຕອນຄ່ຳວັນທີ 2 ກຸມພາ, ໃນທົ່ວໂລກໄດ້ມີຜູ້ຕິດເຊື້ອພະຍາດ 89.854 ຄົນ ແລະ ຜູ້ເສຍຊີວິດ 3.069 ຄົນຍ້ອນໂລກລະບາດ Covid – 19. ໂລກລະບາດ ໄດ້ເກີດຂຶ້ນ ແລະ ແຜ່ລະບາດຢູ່ 71 ປະເທດ ແລະ ເຂດແຄ້ວນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ