ໂລກ​ລະ​ບາດ Covid – 19: ທົ່ວ​ໂລກມີ​ຜູ້​ເສ​ຍ​ຊີ​ວິດ​ກ່​ວາ 211.000 ຄ​ົນ

(VOVWORLD) -ຕາມເວັບໄຊສະຖິຕິ Worldometers.info, ໄລ່ຮອດເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 28 ເມສາ, ໂລກມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 211.219 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ ເກືອບ 814.000 ຄົນ. ໂລກລະບາດພວມມີທ່າອ່ຽງຫຼຸດລົງ.
ໂລກ​ລະ​ບາດ Covid – 19: ທົ່ວ​ໂລກມີ​ຜູ້​ເສ​ຍ​ຊີ​ວິດ​ກ່​ວາ 211.000 ຄ​ົນ - ảnh 1ພາບປະກອບ 

ຢູ່ອີຕາລີ, ໃນວັນທີ 27 ເມສາ, ຈຳນວນຜູ້ຕິດເຊື້ອພະຍາດໃນມື້ໜຶ່ງໄດ້ຫຼຸດຈາກ ຈຳນວນ 2.324 ຄົນ ໃນວັນທີ 26 ເມສາ ລົງ ເປັນ 1.739 ຄົນໃນວັນທີ 27 ເມສາ. ອີຕາລີແມ່ນປະເທດຢັ້ງຢືນມີຈຳນວນຜູ້ເສຍຊີວິດຫຼາຍອັນດັບທີ 2 ຂອງໂລກ, ປັດຈຸບັນແມ່ນ 26.977 ຄົນພາຍຫຼັງມີຜູ້ເສຍຊີວິດລາຍໃໝ່ຕື່ມອີກ 333 ຄົນໃນວັນທີ 27 ເມສາ. ແອັດສະປາຍກໍ່ປະກາດວ່າ ມີ ຜູ້ເສຍຊີວິດລາຍໃໝ່ຕື່ມອີກ 331 ຄົນ, ຝລັ່ງໄດ້ຢັ້ງຢືນວ່າ ມີຜູ້ເສຍຊີວິດແມ່ນ 437 ຄົນໃນວັນທີ 27 ເມສາ.

ອາເມລິກາຢັ້ງຢືນວ່າ ມີຜູ້ເສຍຊີວິດກ່ວາ 1.300 ຄົນໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ແລະ ຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດນີ້ໄລ່ຮອດຕອນເຊົ້າວັນທີ 28 ເມສາ ຕາມເວລາ ຫວຽດນາມ ແມ່ນກ່ວາ 1 ລ້ານຄົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ