ໂລກລະບາດ Covid – 19: ແຂວງ ຮູເປີຍ ມີ 115 ກໍລະນີໄດ້ເສຍຊີວິດຕື່ມອີກ

(VOVWORLD) -ຈຳນວນກໍລະນີເສຍຊີວິດຍ້ອນຕິດເຊື້ອພະຍາດ Covid 19 ຢູ່ຈີນ ໄດ້ເພີ່ມຂຶ້ນເປັນ 2.233 ກໍລະນີ, ພາຍຫຼັງມີ 115 ກໍລະນີເສຍຊີວິດຕື່ມອີກ
ໂລກລະບາດ Covid – 19: ແຂວງ ຮູເປີຍ ມີ 115 ກໍລະນີໄດ້ເສຍຊີວິດຕື່ມອີກ - ảnh 1(ພາບປະກອບ: THX/TTXVN)

ຕອນເຊົ້າວັນທີ 21 ກຸມພາ, ຕາມບົດລາຍງານອັບເດັດຂອງຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ, ປະເທດຈີນ ແລ້ວ, ຈຳນວນກໍລະນີເສຍຊີວິດຍ້ອນຕິດເຊື້ອພະຍາດ Covid - 19 ຢູ່ຈີນ ໄດ້ເພີ່ມຂຶ້ນເປັນ 2.233 ກໍລະນີ, ພາຍຫຼັງມີ 115 ກໍລະນີເສຍຊີວິດຕື່ມອີກ ຢູ່ທ້ອງຖິ່ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນການເກີດເຊື້ອພະຍາດດັ່ງກ່າວ. ກໍ່ຕາມບົດລາຍງານດັ່ງກ່າວແລ້ວ, ບັນດາກໍລະນີທີ່ເສຍຊີວິດໃໝ່ຢູ່ນະຄອນ ອູຫັ້ນ, ເມືອງເອກແຂວງ ຮູເປີຍ.

          ສ່ວນຢູ່ສ.ເກົາຫຼີ, ສະພາບຜູ້ຕິດເຊື້ອ Covid – 19 ພວມມີການຜັນແປຢ່າງສັບສົນ ເມື່ອປະເທດນີ້ໄດ້ກວດພົບ 73 ກໍລະນີຕິດເຊື້ອໃໝ່ໃນລະຫວ່າງວັນທີ 19 – 20 ກຸມພາ, ຍົກຈຳນວນຜູ້ຕິດເຊື້ອດັ່ງກ່າວຂຶ້ນເປັນ 104 ກໍລະນີ.

          ກ່ຽວຂ້ອງເຖິງບັນດາການຄົ້ນຄວ້າກ່ຽວກັບໄວຣັດນີ້, ບັນດານັກວິທະຍາສາດຂອງອາເມລິກາ ຫາກໍປະກາດວ່າ ເປັນຄັ້ງທຳອິດທີ່ໄດ້ແຕ້ມແຜນທີ່ 3 ມິຕິ ລະດັບປະລະມານູຂອງໄວຣັດໂຄໂຣນາສາຍພັນໃໝ່. ນີ້ໄດ້ຮັບຖືວ່າແມ່ນບາດກ້າວສຳຄັນໃນການຜະລິດວັກຊິນປ້ອງກັນ ກໍຄືຢາປິ່ນປົວພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ