ໂລກລະບາດ COVID-19: WHO ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ແລະ ອາຊຽນ ໃນການສະກັດກັ້ນໂລກລະບາດ
(VOVWORLD) -ທ່ານຜູ້ອຳນວຍການໃຫຍ່ WHO ໄດ້ຊົມເຊີຍການປະສານສົມທົບລະຫວ່າງບັນດາປະເທດອາຊຽນຢ່າງມີປະສິດທິຜົນ ແລະ ບົດບາດເປັນປະທານອາຊຽນ ຢ່າງຕັ້ງໜ້າຂອງຫວຽດນາມໃນຂົງເຂດນີ້ ແມ່ນສຳຄັນທີ່ສຸດ, ອັນໄດ້ປະກອບສ່ວນຄວບຄຸມໂລກລະບາດ COVID-19 ໃນພາກພື້ນ.
ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະ ແລະ ເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ) |
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເຊີແນວປະເທດ, ສະວິດ, ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ຢູ່ສຳນັກງານ ຂອງ WHO ທີ່ເຊີແນວ ເມື່ອວັນທີ 6 ມີນາ. ໃນການພົບປະຄັ້ງນີ້, ທ່ານ ຟ້າມກວາງຮ້ຽວ ໄດ້ແຈ້ງໃຫ້ຊາບຄວາມມານະພະຍາຍາມ ແລະ ມາດຕະການຄົບຊຸດຂອງຫວຽດນາມ, ການຮ່ວມມືຂອງ ອາຊຽນໃນການສະກັດກັ້ນ ແລະ ຄວບຄຸມ ໂລກລະບາດ COVID-19. ທ່ານກໍໄດ້ສະເໜີ WHO ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ຊ່ວຍໜູນດ້ານເຕັກນິກ ແລະ ສະໜອງອຸປະກອນການແພດ ເພື່ອຊ່ວຍສະກັດກັ້ນ ແລະ ຄວບຄຸມໂລກລະບາດ.
ສ່ວນທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom ໄດ້ຕີລາຄາສູງເລື່ອງຫວຽດນາມ ໄດ້ຜັນຂະຫຍາຍປະຕິບັດຫຼາຍມາດຕະການນັບແຕ່ຫົວທີຢ່າງມີປະສິດທິຜົນ, ພິເສດແມ່ນບັນດາຄຳໝັ້ນສັນຍາການເມືອງຂອງການນຳຂັ້ນສູງ ແລະ ຄວາມຕັດສິນໃຈຮັບມືຂອງບັນດາຂະແໜງການຂັ້ນຕ່າງໆ ແລະ ບັນດາທ້ອງຖິ່ນ, ຍ້ອນແນວນັ້ນ ຈຶ່ງສາມາດຊ່ວຍຄວບຄຸມໂລກລະບາດເປັນຢ່າງດີ. ທ່ານຜູ້ອຳນວຍການໃຫຍ່ WHO ໄດ້ຊົມເຊີຍການປະສານສົມທົບລະຫວ່າງບັນດາປະເທດອາຊຽນຢ່າງມີປະສິດທິຜົນ ແລະ ບົດບາດເປັນປະທານອາຊຽນ ຢ່າງຕັ້ງໜ້າຂອງຫວຽດນາມໃນຂົງເຂດນີ້ ແມ່ນສຳຄັນທີ່ສຸດ, ອັນໄດ້ປະກອບສ່ວນຄວບຄຸມໂລກລະບາດ COVID-19 ໃນພາກພື້ນ.